ວັນທີ 15 ກຸມພາ, ຄະນະກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ໄດ້ເຂົ້າຮ່ວມການຊ່ວຍເຫຼືອແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ແຂວງ Hatay, ຕວັກກີ, ໂດຍໄດ້ແບ່ງເປັນ 2 ໜ່ວຍງານ ເພື່ອຊຸກຍູ້ວຽກງານຊອກຫາຜູ້ປະສົບເຄາະຮ້າຍ. ກຳລັງຂອງກອງທັບປະຊາຊົນ ຫວຽດນາມ ໄດ້ດຳເນີນການສືບສວນ 8 ບ່ອນ, ໃນນັ້ນ ພົບເຫັນ 3 ບ່ອນມີຜູ້ປະສົບເຄາະຮ້າຍ. ໃນວັນດຽວກັນ, ທ່ານ ໂດະເຊີນຫາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕວັກກີ ໃຫ້ຮູ້ວ່າ ປະຊາຊົນ ຕວັກກີ ກໍຄືບັນດາທິມງານກູ້ໄພກູ້ຊີບສາກົນ ຕີລາຄາສູງຕໍ່ການເຄື່ອນໄຫວເບື້ອງຕົ້ນຂອງສອງໜ່ວຍງານກູ້ໄພກູ້ຊີບ ຫວຽດນາມ, ບໍ່ພຽງແຕ່ກ່ຽວກັບກຳລັງຄວາມສາມາດເທົ່ານັ້ນ, ຫາກນັບທັງຄວາມດຸໝັ່ນຂະຫຍັນພຽນ, ຄວາມພະຍາຍາມໃນຕະຫຼອດໄລຍະທີ່ມີໜ້າຢູ່ສະຖານທີ່ເກີດເຫດອີກດ້ວຍ.
ສຳລັບການເຄື່ອນໄຫວຊ່ວຍເຫຼືອ, ສະຖານທູດ ຫວຽດນາມ ປະຈຳ ຕວັກກີ ແລະ ສະຖານທູດ ຫວຽດນາມ ປະຈຳ ອີຣານ ທັງຮັບຜິດຊອບ ຊີຣີ ຫາກໍສົ່ງຈົດໝາຍຢື້ຢາມຖາມຂ່າວ ແລະ ແຈ້ງໃຫ້ລັດຖະບານປະເທດປະຈຳຖິ່ນຮັບຊາບວ່າ ກ່ຽວກັບເລື່ອງລັດຖະບານ ຫວຽດນາມ ຕົກລົງໜູນຊ່ວຍເງິນໃຫ້ ຕວັກກີ ແລະ ຊີຣີ ປະເທດລະ 100.000 USD.