ຂ່າວສານ

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ຊ່ວຍ​ເຫຼືອ ຕ​ວັກ​ກີ ແລະ ຊີ​ຣີ ພາຍຫຼັງ​ໄພ​ພິ​ບັດ​ແຜ່ນ​ດິນ​ໄຫວ

ປະຊາຊົນ ຕວັກກີ ກໍຄືບັນດາທິມງານກູ້ໄພກູ້ຊີບສາກົນ ຕີລາຄາສູງຕໍ່ການເຄື່ອນໄຫວເບື້ອງຕົ້ນຂອງສອງໜ່ວຍງານກູ້ໄພກູ້ຊີບ ຫວຽດນາມ, ບໍ່ພຽງແຕ່ກ່ຽວກັບກຳລັງຄວາມສາມາດເທົ່ານັ້ນ, ຫາກນັບທັງຄວາມດຸໝັ່ນຂະຫຍັນພຽນ, ຄວາມພະຍາຍາມໃນຕະຫຼອດໄລຍະທີ່ມີໜ້າຢູ່ສະຖານທີ່ເກີດເຫດອີກດ້ວຍ.
  ທ່ານ ໂດະເຊີນຫາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕວັກກີ ໃຫ້ການສຳພາດຕໍ່ນັກຂ່າວ ຫວຽດນາມ (ພາບ:TTXVN)  

ວັນທີ 15 ກຸມພາ, ຄະນະກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ໄດ້ເຂົ້າຮ່ວມການຊ່ວຍເຫຼືອແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ແຂວງ Hatay, ຕວັກກີ, ໂດຍໄດ້ແບ່ງເປັນ 2 ໜ່ວຍງານ ເພື່ອຊຸກຍູ້ວຽກງານຊອກຫາຜູ້ປະສົບເຄາະຮ້າຍ. ກຳລັງຂອງກອງທັບປະຊາຊົນ ຫວຽດນາມ ໄດ້ດຳເນີນການສືບສວນ 8 ບ່ອນ, ໃນນັ້ນ ພົບເຫັນ 3 ບ່ອນມີຜູ້ປະສົບເຄາະຮ້າຍ. ໃນວັນດຽວກັນ, ທ່ານ ໂດະເຊີນຫາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕວັກກີ ໃຫ້ຮູ້ວ່າ ປະຊາຊົນ ຕວັກກີ ກໍຄືບັນດາທິມງານກູ້ໄພກູ້ຊີບສາກົນ ຕີລາຄາສູງຕໍ່ການເຄື່ອນໄຫວເບື້ອງຕົ້ນຂອງສອງໜ່ວຍງານກູ້ໄພກູ້ຊີບ ຫວຽດນາມ, ບໍ່ພຽງແຕ່ກ່ຽວກັບກຳລັງຄວາມສາມາດເທົ່ານັ້ນ, ຫາກນັບທັງຄວາມດຸໝັ່ນຂະຫຍັນພຽນ, ຄວາມພະຍາຍາມໃນຕະຫຼອດໄລຍະທີ່ມີໜ້າຢູ່ສະຖານທີ່ເກີດເຫດອີກດ້ວຍ.

ສຳລັບການເຄື່ອນໄຫວຊ່ວຍເຫຼືອ, ສະຖານທູດ ຫວຽດນາມ ປະຈຳ ຕວັກກີ ແລະ ສະຖານທູດ ຫວຽດນາມ ປະຈຳ ອີຣານ ທັງຮັບຜິດຊອບ ຊີຣີ ຫາກໍສົ່ງຈົດໝາຍຢື້ຢາມຖາມຂ່າວ ແລະ ແຈ້ງໃຫ້ລັດຖະບານປະເທດປະຈຳຖິ່ນຮັບຊາບວ່າ ກ່ຽວກັບເລື່ອງລັດຖະບານ ຫວຽດນາມ ຕົກລົງໜູນຊ່ວຍເງິນໃຫ້ ຕວັກກີ ແລະ ຊີຣີ ປະເທດລະ 100.000 USD.


top