• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ມອບ​ຂອງ​ຂວັນ​ໃຫ້​ແກ່ ທະ​ຫານ​ເສຍ​ອົງ​ຄະ, ​ທະ​ຫານ​ເຈັບ​ປ່ວຍ ແລະ ນັກ​ຮົບ​ເກົ່າ​ລາວ

ຄະນະປະຕິບັດງານ ຫວຽດນາມ ກໍ່ມາຢ້ຽມຢາມບາງຫ້ອງກວດປິ່ນປົວພະຍາດ ເຊິ່ງແມ່ນບອ່ນທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ນັກຮົບເກົ່າລາວ ພວມໄດ້ຮັບການປິ່ນປົວ ເພື່ອຢື້ຢາມຖາມຂ່າວ.
ຫວຽດນາມ ມອບຂອງຂວັນໃຫ້ແກ່ ທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ນັກຮົບເກົ່າລາວ (ພາບ: TTXVN)

ຕອນເຊົ້າວັນທີ 6 ມີນາ, ຢູ່ນະຄອນຫຼວງວຽງຈັນ ຂອງລາວ,ໂດຍຕາງໜ້າສະມາຄົມທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ຢູ່ລາວ ທະຫານເຂດ 4 ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງມາຢ້ຽມຢາມ ແລະ ມອບຂອງຂັວນ 40 ພູດທີ່ມີມູນຄ່າປະມານ 1.800 USD ໃຫ້ແກ່ທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ນັກຮົບເກົ່າລາວ ພວມປິ່ນປົວຢູ່ບາງພະແນກຂຶ້ນກັບໂຮງໝໍສູນກາງທະຫານ 103 ລາວ. ຄະນະປະຕິບັດງານ ຫວຽດນາມ ກໍ່ມາຢ້ຽມຢາມບາງຫ້ອງກວດປິ່ນປົວພະຍາດ ເຊິ່ງແມ່ນບອ່ນທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ນັກຮົບເກົ່າລາວ ພວມໄດ້ຮັບການປິ່ນປົວ ເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈໃຫ້ເຂົາເຈົ້າມີສຸຂະພາບເປັນປົກກະຕິໂດຍໄວ, ອອກໂຮງໝໍກັບຄືນຫົວໜ່ວຍສືບຕໍ່ປະຕິບັດງານ. ສ່ວນທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ນັກຮົບເກົ່າລາວ ໄດ້ສະແດງຄວາມຂອບອົກຂອບໃຈຄະນະປະຕິບັດງານ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຢ້ຽມຢາມ, ລະດົມກຳລັງໃຈພະນັກງານ, ພາລະກອນ, ນັກເຕັກນິກຂອງ VOV

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຢ້ຽມຢາມ, ລະດົມກຳລັງໃຈພະນັກງານ, ພາລະກອນ, ນັກເຕັກນິກຂອງ VOV

ມີຫຼາຍຊ່ອງກະຈາຍສຽງໄດ້ຮັບການຕີລາຄາສູງຈາກປະຊາຊົນ. ນີ້ແມ່ນຜົນງານຂອງນ້ຳໃຈຄວາມຮັບຜິດຊອບ, ຄວາມຮັກຕໍ່ອາຊີບ, ຄວາມຄາດຫວັງຮັບໃຊ້ປະຊາຊົນ.

Top