• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ຂະ​ບ​ວນ​​ການ​ສ້າງ​ເຂດ​ຖືກ​ຜົນ​ສະ​ທ້​ອນ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ ຢູ່ ຕວ​ກ​ກີ ແລະ ຊີ​ຣີ ຄືນ​ໃໝ່​

ວັນທີ 17 ກຸມພາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ Haldun Tekneci ເອກອັກຄະລັດຖະທູດ ຕວກກີ ປະຈຳ ຫວຽດນາມ ແລະ ມອບຈົດໝາຍຢື້ຢາມຖາມຂ່າວຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນຢູ່ ຕວກກີ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ຝາກໃຫ້ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan.
  ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນມອບຈົດໝາຍຢື້ຢາມຖາມຂ່າວຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນຢູ່ ຕວກກີ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ຝາກໃຫ້ທ່ານປະທານາທິບໍດີ ຕວກກີ (ພາບ: TTXVN)  

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ສະເໜີໃຫ້ບັນດາອົງການຂອງ ຕວກກີ ສືບຕໍ່ສ້າງເງື່ອນໄຂສະດວກ, ຮັບປະກັນຄວາມປອດໄພໃຫ້ແກ່ກຳລັງກູ້ໄພກູ້ຊີບ ແລະ ພົນລະເມືອງ ຫວຽດນາມ ຢູ່ ຕວັກກີ. ທ່ານຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມຂະບວນການສ້າງເຂດຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວຢູ່ ຕວກກີ ແລະ ຊີຣີ ຄືນໃໝ່.

ສ່ວນທ່ານເອກອັກຄະລັດຖະທູດ Haldun Tekneci ໃຫ້ຮູ້ວ່າ ຕວກກີ ຕີລາຄາສູງຕໍ່ເລື່ອງ ຫວຽດນາມ ຈັດສົ່ງຄະນະກູ້ໄພກູ້ຊີບເປັນຄັ້ງທຳອິດ ແລະ ຊ່ວຍເຫຼືອເງິນຈຳນວນ 100.000 USD ໂດຍດ່ວນໃຫ້ແກ່ ຕວກກີ; ຖືນີ້ເປັນພະຍານຫຼັກຖານແກ່ການພົວພັນມິດຕະພາບ, ຮ່ວມມື ແລະ ນ້ຳໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຍາມທຸກຍາກຂອງສອງປະເທດ.

ໃນສະພາບການທີ່ສອງປະເທດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 45 ປີ (1978 – 2023), ສອງຝ່າຍ ໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສົມທົບກັນຈັດຕັ້ງເຫດການດ້ານ ເສດຖະກິດ, ວັດທະນະທຳ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນ ເພື່ອເຮັດໃຫ້ການພົວພັນມິດຕະພາບ ແລະ ຮ່ວມມືລະຫວ່າງສອງປະເທດ ເລິກເຊິ່ງກວ່າອີກ.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ພົບ​ປະ​ກັບ​ການ​ນຳຫຼາຍ​ປະ​ເທດ​ຢູ່ນອກກອງ​ປະ​ຊຸມ​ນ້ຳ​ສ​ປ​ຊ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ພົບ​ປະ​ກັບ​ການ​ນຳຫຼາຍ​ປະ​ເທດ​ຢູ່ນອກກອງ​ປະ​ຊຸມ​ນ້ຳ​ສ​ປ​ຊ

ທີ່ການພົບປະກັບເຈົ້າຊີວິດ ໂຮນລັງ Willem Alexander Claus George Ferdinand, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າຫວັງວ່າ ພະບໍລົມວົງສານຸວົງ ແລະ ເຈົ້າຊີວິດເອງ ສືບຕໍ່ສະໜັບສະໜູນຍູ້ແຮງການພົວພັນສອງຝ່າຍຢ່າງຮອບດ້ານ.

Top