• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ເພື່ອ​ພ້ອມ​ກັນ​ກະ​ທຳ ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ໂດຍແມ່ນໜຶ່ງໃນ 4 ປະເທດ ທີ່ໄດ້ສ້າງສາຍພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານແບບຍຸຕິທຳກັບບັນດາປະເທດພັດທະນາ, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດເພື່ອພ້ອມກັນເຄື່ອນໄຫວເພື່ອເປົ້າໝາຍພັດທະນາແບບຍືນຍົງ, ໂດຍຜ່ານການແບ່ງປັນບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງຕົນ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ເວທີປາໄສ (ພາບ:VGP)

ໂດຍໄດ້ຮັບຄຳເຊີນຂອງທ່ານນາງປະທານຄະນະກຳມະການເອີຣົບ (EC) Ursula von der Leyen, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສປະຕູສູ່ທົ່ວໂລກ (Forum Global Gateway), ໂດຍສະຫະພາບເອີຣົບ (ອີຢູ) ຈັດຂຶ້ນແຕ່ວັນທີ 25 – 26 ຕຸລາ ຢູ່ ແບນຊິກ.

ດ້ວຍຫົວຂໍ້ “ພ້ອມກັນສ້າງຄວາມເຂັ້ມແຂງກວ່າ ໂດຍຜ່ານການລົງທຶນແບບຍືນຍົງ”, ເວທີປາໄສ ໄດ້ວາງອອກເປົ້າໝາຍເພີ່ມທະວີການສົມທົບລະຫວ່າງບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ແລະ ຂົງເຂດເອກະຊົນໃນການເຫັນດີເຫັນພ້ອມຕໍ່ການກຳນົດທິດ ແລະ ການລະດົມກຳລັງ, ເພີ່ມທະວີການລົງທຶນເຂົ້າພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ລະບົບສາທາລະນະສຸກ ເພື່ອເປົ້າໝາຍພັດທະນາແບບຍືນຍົງ.

ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ໂດຍແມ່ນໜຶ່ງໃນ 4 ປະເທດ ທີ່ໄດ້ສ້າງສາຍພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານແບບຍຸຕິທຳກັບບັນດາປະເທດພັດທະນາ, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດເພື່ອພ້ອມກັນເຄື່ອນໄຫວເພື່ອເປົ້າໝາຍພັດທະນາແບບຍືນຍົງ, ໂດຍຜ່ານການແບ່ງປັນບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງຕົນ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top