ໂດຍໄດ້ຮັບການມອບສິດຂອງທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ, ທ່ານນາງ ຫວໍ້ທິແອັງຊວັນ ເລຂາສູນການພັກ, ຮອງປະທານປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນໃນວັນທີ 1 ກັນຍາ, ຢູ່ກອງປະຊຸມສຸດຍອດ ອົງການຮ່ວມມື ຊຽງໄຮ່ (SCO) ເປີດກ້ວາງຢູ່ Kyrgyzstan.
ທ່ານນາງຮອງປະທານປະເທດຢືນຢັນວ່າ ຫວຽດນາມ ຖືການພົວພັນກັບ SCO ແລະ ບັນດາປະເທດສະມາມຊິກເປັນສຳຄັນ, ພ້ອມແລ້ວທີ່ຈະກາຍເປັນຄູ່ຮ່ວມມືຂອງ SCO ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດ SCO ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງພາກພື້ນ ແລະ ໂລກ. ຫວຽດນາມ ປາດຖະໜາ ຢາກພ້ອມກັບ SCO ເພີ່ມທະວີການໂອ້ລົມສົນທະນາ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຍົກສູງລັດທິຫຼາຍຝ່າຍ, ກົດໝາຍສາກົນ ແລະ ກົດບັດ ສປຊ. ຄຽງຄູ່ກັນນັ້ນ, ຍູ້ແຮງການຮ່ວມມືໃນການປ້ອງກັນ, ຕ້ານການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ອາດຊະຍາກຳທາງໄຊເບີ…
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ SCO, ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ໄດ້ພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານປະທານາທິບໍດີ Belarus Alexander Lukashenko, ທ່ານປະທານາທິບໍດີ ໂມງໂກນ Ukhnaagiin Khürelsükh…






