• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ປາດ​ຖະ​ໜ​າຢ​າກ​ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ​ໄທ​ຂຶ້ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບ​ດ້ານ

ພາຍໃຕ້ການຊີ້ນຳນຳພາທີ່ສະຫຼາດສ່ອງໃສ ຂອງ ພະບາດສົມເດັດ ພະເຈົ້າຢູ່ຫົວວະຊິຣາລົງກອນ , ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ໄທຈະສືບຕໍ່ບັນລຸໄດ້ຜົນສຳເລັດອັນຍິ່ງໃຫຍ່ກ່ວາອີກໃນການສ້າງ ແລະ ພັດທະນາປະເທດຊາດ.
ການພົບປະລະຫວ່າງສອງຝ່າຍ (ພາບ: VOV)

ຫວຽດນາມ ຍາມໃດກໍ່ຖືການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ເພີ່ມທະວີກັບ ໄທ ເປັນສຳຄັນ ແລະ ມີຄວາມປາດຖະໜາ ຢາກໃຫ້ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະຈະມາເຖິງໂດຍໄວ. ນີ້ແມ່ນຄຳຢັ້ງຢືນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ທີ່ການພົບປະກັບ ພະບາດສົມເດັດ ພະເຈົ້າຢູ່ຫົວ ມະຫາ ວະຊິຣາລົງກອນ  ແລະ ພະລາຊິນີ ແຫ່ງຣາຊະອານາຈັກໄທ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 8 ທັນວາ ຢູ່ນະຄອນຫຼວງ ບາງກອກ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາທີ່ສະຫຼາດສ່ອງໃສ ຂອງ ພະບາດສົມເດັດ ພະເຈົ້າຢູ່ຫົວວະຊິຣາລົງກອນ  , ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ໄທຈະສືບຕໍ່ບັນລຸໄດ້ຜົນສຳເລັດອັນຍິ່ງໃຫຍ່ກ່ວາອີກໃນການສ້າງ ແລະ ພັດທະນາປະເທດຊາດ, ມີບົດບາດທີ່ນັບມື້ນັບສູງຂຶ້ນໃນພາກພື້ນ ແລະ ທົ່ວໂລກ.

ສ່ວນ ພະບາດສົມເດັດ ພະເຈົ້າຢູ່ຫົວ ມະຫາ ວະຊິຣາລົງກອນ  ໄດ້ເນັ້ນໜັກວ່າ ພະບໍລົມວົງສານຸວົງ ແລະ ລັດຖະບານ ໄທ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ໄທ, ສະໜັບສະໜູນ ແລະ ພັດທະນາວັດທະນະທຳ, ພາສາ ຫວຽດ ຢູ່ໄທ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top