ຂ່າວສານ
ຫວຽດນາມ ປະກອບສ່ວນຊຸກຍູ້ວິວັດທະນາການສັນຕິພາບຢູ່ເຂດ ກາຊາ, ເພີ່ມທະວີການຮ່ວມມືກັບ ອາເມລິກາ
ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ແລກປ່ຽນກັບບັນດາສະມາຊິກຄະນະລັດຖະບານປະທານາທິບໍດີ Donald Trump, ໃນນັ້ນ ມີລັດຖະມົນຕີການຕ່າງປະເທດ, ລັດຖະມົນຕີການເງິນ, ລັດຖະມົນຕີການຄ້າ… ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ທ່ານ ປະທານາທິບໍດີ Donald Trump ໃນການຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນໃນໂລກ, ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມສະພາສັນຕິພາບດ້ວຍຖານະເປັນສະມາຊິກຜູ້ກໍ່ຕັ້ງ. ກໍຕາມທ່ານຮອງນາຍົກລັດຖະມົນຕີຫວຽດນາມ ແລ້ວ, ຫວຽດນາມ ມີຄວາມປາດຖະໜາຢາກສົມທົບກັບບັນດາສະມາຊິກຂອງສະພາໃນການຜັນຂະຫຍາຍແຜນການສັນຕິພາບເຂດ ກາຊາ ໂດຍໄວ (ໂດຍ ສປຊ ໄດ້ຮັບຮອງເອົາໃນວັນທີ 17 ພະຈິກ 2025), ຜ່ານນັ້ນ, ກໍຊຸກຍູ້ສັນຕິພາບຢູ່ຕາເວັນອອກກາງແບບຍືນຍົງ.
ສຳລັບຝ່າຍ ອາເມລິກາ, ບັນດາລັດຖະມົນຕີໃນຄະນະລັດຖະບານຂອງ ທ່ານປະທານາທິບໍດີ Donald Trump ໄດ້ຢັ້ງຢືນການຖືເປັນສຳຄັນ ແລະ ເປັນເອກພາບຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ໃນນັ້ນ ມີການຊຸກຍູ້ວິວັດທະນາການບັນລຸໄດ້ຂໍ້ຕົກລົງກ່ຽວກັບການເຈລະຈາດ້ານພາສີສົມທົບໂດຍໄວ; ພ້ອມທັງຊົມເຊີຍ ຫວຽດນາມ ກາຍເປັນສະມາຊິກຜູ້ກໍ່ຕັ້ງຂອງສະພາສັນຕິພາບ.
ຢູ່ນອກພິທີລົງນາມ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານ Ilham Aliyev ປະທານາທິບໍດີ ອາເຊັກໄບຊານ ; ພົບປະກັບລັດຖະມົນຕີການຕ່າງປະເທດບັນດາປະເທດ ອິນໂດເນເຊຍ, ອູເບກິດສະຖານ, ອາຣັບບີ ຊະອຸດິ ແລະ ທ່ານ Nickolay Mladenov ຜູ້ຕາງໜ້າຂັ້ນສູງຂອງສະພາສັນຕິພາບ, ອະດີດທູດພິເສດ ສປຊ ຮັບຜິດຊອບຕາເວັນອອກກາງ ເພື່ອແລກປ່ຽນກ່ຽວກັບຄວາມສາມາດຮ່ວມມືໃນຂອບເຂດສະພາສັນຕິພາບ ແລະ ການຮ່ວມມືໃນບັນດາບັນຫາສອງຝ່າຍ.








