ຫວຽດນາມ ບໍ່ມີວັນຫຼົງລືມການສະໜັບສະໜູນຢ່າງແຮງ ແລະ ການຊ່ວຍເຫຼືອຂອງ ເບລາຣຸດ ນີ້ແມ່ນການຢັ້ງຢືນຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ການພົບປະກັບສະມາຄົມມິດຕະພາບ ແລະ ພົບປະແລກປ່ຽນວັດທະນະທຳ ກັບຕ່າງປະເທດຂອງ ເບລາຣຸດ, ສະມາຄົມມິດຕະພາບ ເບລາຣຸດ - ຫວຽດນາມ ແລະ ບັນດານັກຊ່ຽວຊານ ເບລາຣຸດ ທີ່ມີການປະກອບສ່ວນທີ່ພົ້ນເດັ່ນຫຼາຍຢ່າງສຳລັບປະເທດ ຫວຽດນາມ ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 11 ພຶດສະພາ, ຢູ່ Minks, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ສ.ເບລາຣຸດ.
ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ກັບ ເບລາຣຸດ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ເບລາຣຸດ ໃນທຸກຂົງເຂດ. ໂດຍສະແດງຄວາມຊົມເຊີຍຕໍ່ບັນດາການເຄື່ອນໄຫວຂອງສະມາຄົມມິດຕະພາບ ແລະ ພົບປະແລກປ່ຽນວັດທະນະທຳກັບ ຕ່າງປະເທດຂອງ ເບລາຣຸດ ແລະ ສະມາຄົມມິດຕະພາບ ເບລາຣຸດ - ຫວຽດນາມ ໃນໄລຍະຜ່ານມາເພື່ອແນໃສ່ເຊື່ອມຕໍ່ການພົວພັນລະຫວ່າງປະຊາຊົນທຸກຊັ້ນວັນນະຂອງສອງປະເທດ. ທ່ານ ເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ:
ສະມາຄົມມິດຕະພາບ ແລະ ພົບປະແລກປ່ຽນວັດທະນະທຳກັບຕ່າງປະເທດຂອງ ເບລາຣຸດ ແລະ ສະມາຄົມມິດຕະພາບ ເບລາຣຸດ - ຫວຽດນາມ ສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນທີ່ອຸດົມສົມບູນກ່ວາອີກ, ດຶງດູດການເຂົ້າຮ່ວມຂອງປະຊາຊົນທຸກຊັ້ນວັນນະ, ບັນດານັກວິທະຍາສາດ, ວິສາຫະກິດ ແລະ ພິເສດແມ່ນໄວໜຸ່ມ, ຊ່ວຍໄວໜຸ່ມສອງປະເທດນັບມື້ນັບເຂົ້າໃຈ ແລະ ມີຄວາມສະໜິດຕິດພັນ ເພື່ອແນໃສ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ເບລາຣຸດ ໃຫ້ນັບມື້ນັບສະໜິດແໜ້ນ.