• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ນຳ​ໜ້າ ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ກ່ຽວ​ກັບ​ລະ​ດັບ​ຄວາມ​ໄວ​ການ​ພັດ​ທະ​ນາ​ເຕັກ​ນິກ​ດີ​ຈີ​ຕອນ

ໜັງສືພິມລາຍວັນ Business Times ຂອງ ສິງກະໂປ ສະບັບອອກວັນທີ 2 ພະຈິກ ໄດ້ໃຫ້ຂໍ້ສັງເກດກ່ຽວກັບບັນດາຄວາມມານະພະຍາຍາມຫັນເປັນເຕັກນິກດີຈີຕອນຂອງ ຫວຽດນາມ ໄດ້ນຳມາເຊິ່ງລະດັບການພັດທະນາໄວທີ່ສຸດໃຫ້ແກ່ປະເທດນີ້ ໃນຈໍານວນບັນດາພື້ນຖານເສດຖະກິດຢູ່ພາກພື້ນ ອາຊີ - ປາຊີຟີກ.

(ພາບປະກອບ:  TTXVN) 

ຕາມບົດລາຍງານການສຳຫຼວດ 11 ຕະຫຼາດ ໃນພາກພື້ນ ອາຊີ - ປາຊີຟິກ ຂອງ ບໍລິສັດ GSMA  Intelligence ແລ້ວ, ຫວຽດນາມ ມີລະດັບການເພີ່ມຂຶ້ນໄວທີ່ສຸດ ນັບແຕ່ປີ 2016 ຫາປີ 2019. ໄລ່ຮອດທ້າຍປີ 2019, ຫວຽດນາມ ບັນລຸລະດັບ 49 ຄະແນນ, ເພີ່ມຂຶ້ນ 12 ຄະແນນ ເມື່ອທຽບໃສ່ກ່ອນນີ້ 3 ປີ. ຫວຽດນາມ ບັນລຸໄດ້ໝາກຜົນດັ່ງກ່າວ ແມ່ນຍ້ອນມີບາດກ້າວເດີນດີພໍສົມຄວນໃນ “ປັດໄຈເຊື່ອມຕໍ່” ຂອງລະບົບຈັດອັນດັບ ພາຍຫຼັງ ເປີດຕົວ ແລະ ຂະໜາຍເຄືອຂ່າຍອິນເຕີແນັດ 4G ຢ່າງວ່ອງໄວ. ນອກຈາກນັ້ນ, ຍັງມີຫຼາຍປັດໄຈອື່ນໆຄື “ກວດພົບດ້ວຍເຕັກນິກດີຈີຕອນ, ສິດພົນລະເມືອງເຕັກນິກດີຈີຕອນ ແລະ ວິຖີຊີວິດເຕັກນິກດີຈີຕອນ” ກໍມີການປັບປຸງ

        ບໍລິສັດ GSMA  Intelligence ໃຫ້ຮູ້ວ່າ ຫວຽດນາມ ພວມປະຕິບັດຕາມຍຸດທະສາດແຫ່ງຊາດກ່ຽວກັບ ການປະຕິວັດອຸດສາຫະກຳ 4.0, ລວມທັງພື້ນຖານໂຄງລ່າງ ແລະ ແຫຼ່ງຊັບພະຍາກອນມະນຸດ ກໍຄື ລັດຖະບານເອເລັກໂຕນິກ ແລະ ການປ່ຽນແປງໃໝ່.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top