ຂ່າວສານ
ຫວຽດນາມ ນອນໃນ Top ສະຖານທີ່ລົງທຶນ 5 ແຫ່ງໃນການລົງທຶນອະສັງຫາລິມະຊັບ ຂອງວົງການມະຫາເສດຖີ ສິງກະໂປ
ພ້ອມກັບອົດສະຕາລີ, ອິນເດຍ, ຮົ່ງກົງ (ຈີນ) ແລະ ຈີນ, ຫວຽດນາມ ແມ່ນໜຶ່ງໃນ ສະຖານທີ່ລົງທຶນ 5 ແຫ່ງ ໃນການລົງທຶນອະສັງຫາລິມະຊັບຂອງວົງການມະຫາເສດຖີສິງກະໂປ. ຕາມບົດລາຍງານ The Wealth Report 2023 ຂອງບໍລິສັດນາຍໜ້າອະສັງຫາລິມະຊັບ Knight Frank ໃຫ້ຮູ້ວ່າ ຫວຽດນາມ ຢືນຢູ່ອັນດັບທີ 5 ໃນຈຳນວນ 5 ສະຖານທີ່ລົງທຶນ ໃນການລົງທຶນອະສັງຫາລິມະຊັບ ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກວົງມະຫາການເສດຖິສິງກະໂປ. ຕາມບໍລິສັດນີ້ແລ້ວ, ໜຶ່ງໃນບັນດາປັດໄຈສ້າງຄວາມດຶງດູດໃຈຂອງອະສັງຫາລິມະຊັບ ຫວຽດນາມ ແມ່ນລາຄາອາພາເມັນເໝາະສົມີກ່ວາເມື່ອທຽບໃສ່ກັບບັນດາຕົວເມືອງອື່ນ. ລະອຽດແມ່ນ, ນະຄອນໂຮ່ຈີມິນຢືນຢູ່ອັນດັບທີ 3 ກ່ຽວກັບລາຄາຂອງ ອາພາເມັນ, ຖັດຈາກ Sao Paulo (ບຣາຊິນ) ແລະ Cape Town (ອາບຟຼິກກາໃຕ້). ສິງກະໂປແມ່ນປະເທດຢືນຢູ່ດັນອັບທີ 2 ໃນຈຳນວນ 140 ປະເທດ ແລະ ເຂດແຄ້ວນທີ່ເຂົ້າມາລົງທຶນຢູ່ ຫວຽດນາມ.