• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ນອນ​ໃນ​ບັນ​ຊີ​ລາຍ​ຊື່ 7 ປະ​ເທດ​ທີ່​ມີ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ​ປະ​ສົບ​ປະ​ສິດ​ທິ​ຜົນ

ບົດຂຽນ ໄດ້ຊີ້ແຈ້ງວ່າ ບໍ່ຕົກສະເຫງີະ ເມື່ອ ຫວຽດນາມ ນອນໃນບັນຊີລາຍຊື່ 7 ປະເທດມີການເຄື່ອນໄຫວດ້ານເສດຖະກິດບັນລຸປະສິດທິຜົນ ແລະ ຖືວ່ານີ້ແມ່ນພະຍານຫຼັກຖານທີ່ດີເພື່ອສະແດງໃຫ້ເຫັນວ່າ ບັນດານະໂຍບາຍຂອງລັດຖະບານ ພວມໄດ້ຮັບການເສີມຂະຫຍາຢ່າງມີປະສິດທິຜົນ.
  ພາບປະກອບ: TTXVN  

 

ຫວ່າງມໍ່ໆມານີ້, ເວັບໄຊ bangkokpost.com ໄດ້ເອົາລົງບົດຂຽນ ທີ່ມີຫົວຂໍ້ວ່າ: “ ຍອດສູງເມື່ອທຽບໃສ່ສ່ວນທີ່ຍັງເຫຼືອ”, ໂດຍເນັ້ນໜັກວ່າ ໃນສະພາບການໂລກພວມມີຄວາມວິຕົກກັງວົນຕໍ່ໄພເງິນເຟີ້ ແລະ ຄ່າດອກເບ້ຍເພີ່ມຂຶ້ນ, ຫວຽດນາມ ໄດ້ພົ້ນເດັ່ນຂຶ້ນ ຄືຈຸດສະຫວ່າງສະໄຫວດ້ານເສດຖະກິດທີ່ຫາຍາກດ້ວຍອັດຕາການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ມີສະຖຽນລະພາບ ແລະ ແມ່ນ “ດິນແດນແຫ່ງຄວາມໝັ້ນໝາຍ” ສຳລັບບັນດານັກລົງທຶນ. ໜັງສືພິມ Financial Times (ອັງກິດ) ວັນທີ 26 ກັນຍາ ໄດ້ເອົາລົງບົດຂຽນໄຈ້ແຍກກ່ຽວກັບກຸ່ມ “7 ມໍລະດົກດ້ານເສດຖະກິດໂລກ”, ໃນນັ້ນມີ ຫວຽດນາມ. ບົດຂຽນ ໄດ້ຊີ້ແຈ້ງວ່າ ບໍ່ຕົກສະເຫງີະ ເມື່ອ ຫວຽດນາມ ນອນໃນບັນຊີລາຍຊື່ 7 ປະເທດມີການເຄື່ອນໄຫວດ້ານເສດຖະກິດບັນລຸປະສິດທິຜົນ ແລະ ຖືວ່ານີ້ແມ່ນພະຍານຫຼັກຖານທີ່ດີເພື່ອສະແດງໃຫ້ເຫັນວ່າ ບັນດານະໂຍບາຍຂອງລັດຖະບານ ພວມໄດ້ຮັບການເສີມຂະຫຍາຢ່າງມີປະສິດທິຜົນ.

ບັນດາຂໍ້ສັງເກດດັ່ງກ່າວລ້ວນແຕ່ເລີ່ມມາຈາກການຕີລາຄາຂອງບັນດາອົງການເສດຖະກິດ - ການຄ້າ ທີ່ມີອິດທິພົນຊື່ສຽງ ກ່ຽວກັບສະພາບການເສດຖະກິດ ຫວຽດນາມ ຫວ່າງມໍ່ໆມານີ້. ບັນດາການຄາດຄະເນແງ່ຫວັງດ້ານເສດຖະກິດໄລຍະສັ້ນລ້ວນແຕ່ຕີລາຄາຢ່າງຕັ້ງໜ້າກ່ຽວກັບຫວຽດນາມ ແລະ ສະແດງໃຫ້ເປັນຄວາມປະເອີບໃຈວ່າ ເສດຖະກິດ ຫວຽດນາມ ສາມາດມີໂອກາດກ້າວເຂົ້າສູ່ໄລຍະພັດທະນາດີໃນສະເພາະໜ້າ. ເຖິງຢ່າງໃດກໍ່ຕາມ,ບັນດາອົງການຈັດຕັ້ງສາກົນ ກໍ່ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ກໍ່ພວມປະເຊີນໜ້າກັບບັນດາສິ່ງກີດຂວາງ ຍ້ອນການເຕີບໂຕທົ່ວໂລກພວມຫຼຸດລົງ, ດັ່ງນັ້ນ ຫວຽດນາມ ຄວນວາງນະໂຍບາຍຢ່າງມີໄຫວພິບ ແລະ ປັບຕົວໃຫ້ແທດເໝາະກັບບັນດາມາດຕະການຢ່າງຈະແຈ້ງໂດຍໄວ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top