ຕອນບ່າຍວັນທີ 24 ພະຈິກ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວິສາຫະກິດຂັ້ນສູງ ສະພາດຳເນີນທຸລະກິດ ເອີລົບ - ອາຊຽນ ແລະ ສະມາຄົມວິສາຫະກິດເອີລົບປະຈຳ ຫວຽດນາມ, ໂດຍທ່ານ Jens Ruebbert ປະທານສະພາດຳເນີນທຸລະກິດ EU – ອາຊຽນ, ຜູ້ອຳນວຍການຝ່າຍບໍລິຫານຮັບຜິດຊອບພາກພື້ນ ອາຊີ - ປາຊີຟິກ ທະນາຄານ Landesbank Baden-Wuerttemberg ແລະ ທ່ານ Bruno Jaspaert ປະທານສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ ເປັນຫົວໜ້າຄະນະ. ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງແທ້ຈິງ ແລະ ມີປະສິດທິຜົນຂອງສະພາດຳເນີນທຸລະກິດເອີລົບ - ອາຊຽນ ແລະ ສະມາຄົມວິສາຫະກິດເອີລົບ ປະຈຳ ຫວຽດນາມ ເຂົ້າການພັດທະນາການພົວພັນ ຫວຽດນາມ - ສະຫະພາບ ເອີລົບ (EU) ແລະ ອາຊຽນ - EU, ພິເສດແມ່ນໃນການຮ່ວມມືທາງດ້ານເສດຖະກິດ - ການຄ້າ - ການລົງທຶນ. EU ສືບຕໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າ - ການລົງທຶນສຳຄັນແຖວໜ້າຂອງ ຫວຽດນາມ, ໃນຂະນະທີ່ ຫວຽດນາມແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີ 16 ຂອງ EU ແລະ ໃຫຍ່ທີ່ສຸດຢູ່ ອາຊຽນ.








