ສ້າງການພົວພັນຄູ່ຮ່ວມມືດ້ານຊັບພະຍາກອນແຮ່ທາດຍຸດທະສາດຢ່າງຍຸຕິທຳ, ສະເໝີພາບ, ສະຖຽນລະພາບ, ໂປ່ງໃສ “ຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ”.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ວາລະປຶກສາຫາລື (ພາບ: VGP)
ວັນທີ 23 ພະຈິກ, ຢູ່ນະຄອນ Johannesburg, ອາຟະລິກາໃຕ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມວາລະປຶກສາຫາລືທີ 3 ຂອງກອງປະຊຸມສຸດຍອດ G20 ດ້ວຍຫົວຂໍ້ “ອະນາຄົດສະເໝີພາບ ແລະ ຍຸຕິທຳໃຫ້ທຸກໆຄົນ”, ໂດຍທ່ານປະທານາທິບໍດີ ອາຟະລິກາໃຕ້ Cyril Ramaphosa, ປະທານ G20 ປີ 2025, ເປັນປະທານ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແບ່ງປັນບຸລິມະສິດຍຸດທະສາດ ສ້າງການພົວພັນຄູ່ຮ່ວມມືດ້ານຊັບພະຍາກອນແຮ່ທາດຍຸດທະສາດຢ່າງຍຸຕິທຳ, ສະເໝີພາບ, ສະຖຽນລະພາບ, ໂປ່ງໃສ “ຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ”; ສ້າງບາດກ້າວບຸກທະລຸກ່ຽວກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ ຕິດພັນກັບການພັດທະນາຕະຫຼາດວຽກເຮັດງານທຳທັນສະໄໝ, ມີປະສິດຜົນ, ຍືນຍົງ; ສ້າງ ແລະ ພັດທະນາລະບົບນິເວດປັນຍາປະດິດເພື່ອມະນຸດ ແຕ່ບໍ່ອາດປ່ຽນແທນມະນຸດ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ G20 ນຳໜ້າໃນການສ້າງຊຸດມາດຕະຖານຄຸ້ມຄອງ AI ຢ່າງສະເໝີພາບ, ໂປ່ງໃສ, ກວມລວມ ແລະ ມະນຸດສະທຳ, ຖືມະນຸດເປັນໃຈກາງ; ໜູນຊ່ວຍບັນດາປະເທດພັດທະນາສ້າງພື້ນຖານໂຄງລ່າງດີຈີຕອນ, ຖານຂໍ້ມູນ, ລະບົບນິເວດເຕັກໂນໂລຊີ, ຄຸ້ມຄອງ ແລະ ຂຸດຄົ້ນປັນຍາປະດິດ ເພື່ອການພັດທະນາປອດໄພ, ກວມລວມ ແລະ ຍືນຍົງ.
(ແຫຼ່ງຄັດຈາກ VOV)