• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ປາດ​ຖະ​ໜາກ​ຢາກ​ເພີ່ມ​ທະ​ວີ​ການ​ພົ​ວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ ຮຸງ​ກາ​ຣີ

ຕອນຄ່ຳວັນທີ 12 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ມີການເຈລະຈາທາງອອນລາຍກັບທ່ານປະທານສະພາແຫ່ງຊາດ ຮຸງກາຣີ László Kövér.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ (ພາບ: TTXVN)

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ມີຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບ ຮຸ່ງກາຣີ ຊຶ່ງແມ່ນຄູ່ຮ່ວມມືຮອບດ້ານທຳອິດຂອງ ຫວຽດນາມ ຢູ່ເອີລົບກາງ- ເອີລົບຕາເວັນອອກ. ໂດຍຕາງໜ້າລັດ ຫວຽດນາມ, ທ່ານ ເວືອງດິ່ງເຫ້ວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ຮຸງການຮີ ທີ່ໄດ້ສະໜັບສະໜູນການລົງນາມ, ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EU) (EVFTA) ແລະ ແມ່ນປະເທດທຳອິດໃນອີຢູ ໃຫ້ສັດຕະຍາບັນອາລັກຂາການລົງທຶນ (EVIPA) ກັບ ຫວຽດນາມທ່ານ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ໃຫ້ແກ່ ຮຸ່ງກາຣີ ເປີດກ້ວາງການພົວພັນຮ່ວມມືກັບບັນດາປະເທດໃນພາກພື້ນ ອາຊຽນ ແລະ ກົງກັນຂ້າມ ຫວຽດນາມ ປາດຖະໜາກວ່າ ຮຸງກາຣີ ສືບຕໍ່ໜູນຊ່ວຍ, ຍູ້ແຮງການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດໃນ EU ກໍ່ຄືບັນດາປະເທດສະມາຊິກໃນພາກພື້ນກ່ວາອີກ.

ກ່ຽວກັບການພົວພັນລະຫວ່າງສອງອົງການນິຕິບັນຍັດການນຳສອງທ່ານກໍ່ຖືວ່າ ຕ້ອງສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ ເພື່ອແນໃສ່ແບ່ງປັນຂໍ້ມູນ, ປະສົບການກ່ຽວກັບບັນດາຂົງເຂດທີ່ມີທ່າແຮງຂອງທັງສອງຝ່າຍໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top