• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ເກືອບ 3,7 ລ້ານ​ເທື່ອ​ຄົນ, ລາຍ​ຮັບ​ຈາກ​ຂະ​ແຫນງ​ທ່ອງ​ທ່ຽວ​ບັນ​ລຸ​ກ່​ວາ 8 ຕື້ USD

ສ.ເກົາຫຼີ ສືບຕໍ່ແມ່ນຕະຫຼາດຈັດສົ່ງແຂກທ່ອງທ່ຽວມາ ຫວຽດນາມ ຫຼາຍທີ່ສຸດໃນ 4 ເດືອນຜ່ານມາ, ບັນລຸ 1 ລ້ານເທື່ອຄົນ, ຖັດຈາກນັ້ນແມ່ນ ອາເມລິກາ ດ້ວຍ 260.000 ເທື່ອຄົນ
ພາບປະກອບ: TTXVN

ວັນທີ 29 ເມສາ, ຕາມຂໍ້ມູນຢ່າງເປັນທາງການຂອງກົມໃຫຍ່ການທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ) ໃຫ້ຮູ້ວ່າ: ໃນເດືອນເມສາ ປີ 2023, ມີແຂກທ່ອງທ່ຽວສາກົນມາ ຫວຽດນາມ ກ່ວາ 984.000 ເທື່ອຄົນ, ສູງທີ່ສຸດນັບແຕ່ຕົ້ນປີ ມາຮອດປັດຈຸບັນ ແລະ ເພີ່ມຂຶ້ນ 9,9% ເມື່ອທຽບໃສ່ກັບເດືອນ ມີນາ. ຈຳນວນແຂກທ່ອງທ່ຽວພາຍໃນປະເທດຄາດວ່າບັນລຸ 10,5 ລ້ານເທື່ອຄົນ. ໄລ່ລວມໃນເດືອນເມສາ ຜ່ານມາ, ການທ່ອງທ່ຽວ ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວເກືອບ 3,7 ລ້ານ ເທື່ອຄົນ, ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ 38 ລ້ານເທື່ອຄົນ. ຍອດລາຍຮັບຈາກແຂກທ່ອງທ່ຽວຄາດວ່າບັນລຸ 196,6 ພັນຕື້ດົ່ງ (ປະມານ 8,4 ຕື້ USD)

ສ.ເກົາຫຼີ ສືບຕໍ່ແມ່ນຕະຫຼາດຈັດສົ່ງແຂກທ່ອງທ່ຽວມາ ຫວຽດນາມ ຫຼາຍທີ່ສຸດໃນ 4 ເດືອນຜ່ານມາ, ບັນລຸ 1 ລ້ານເທື່ອຄົນ, ຖັດຈາກນັ້ນແມ່ນ ອາເມລິກາ ດ້ວຍ 260.000 ເທື່ອຄົນ, ໃນຂະນະນັ້ນ ຈີນ ບືນຕົວຂຶ້ນຢືນອັນດັບທີ 3 ດ້ວຍ 252.000 ເທື່ອຄົນ. ແຂກທ່ອງທ່ຽວເດີນທາງມາດ້ວຍທາງອາກາດກວມເອົາສ່ວນຫຼາຍ (88,7%).

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສືບ​ຕໍ່​ຢຶດ​ໝັ້ນ​ກັບ​ແນວ​ທາງ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວ​ພັນ​ສາ​ກົນ​ເປັນຫຼາຍ​ຝ່າຍ, ຫຼາຍ​ຮູບຫຼາຍ​ແບບ

ຫວຽດ​ນາມ ສືບ​ຕໍ່​ຢຶດ​ໝັ້ນ​ກັບ​ແນວ​ທາງ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວ​ພັນ​ສາ​ກົນ​ເປັນຫຼາຍ​ຝ່າຍ, ຫຼາຍ​ຮູບຫຼາຍ​ແບບ

ທ່ານນາງ ເລທິທູຮັ່ງ ປາດຖະໜາວ່າບັນດາເອກອັກຄະລັດຖະທູດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການຜັນຂະຫຍາຍບັນດາຈຸດສຸມໃນການຮ່ວມມືເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືດ້ານເສດຖະກິດເລິກເຊິ່ງກ່ວາອີກ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່.

Top