• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຍາມ​ໃດ​ກໍ​ຖື ອາ​ເມ​ລິ​ກາ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ

ຫວຽດນາມ ຍາມໃດກໍຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ປາດຖະໜາວ່າຈະພ້ອມກັບ ອາເມລິກາ ສືບຕໍ່ຊຸກຍູ້ສາຍພົວພັນ ຫວຽດນາມ - ອາເມລິກາ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ, ເຂົ້າສູ່ລວງເລິກ ແລະ ມີສະຖຽນລະພາບແບບຍາວນານ. 

ຕອນບ່າຍວັນທີ 25 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ເຊິ່ງພວມຢ້ຽມຢາມ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ປາດຖະໜາວ່າຈະພ້ອມກັບ ອາເມລິກາ ສືບຕໍ່ຊຸກຍູ້ສາຍພົວພັນ ຫວຽດນາມ - ອາເມລິກາ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ, ເຂົ້າສູ່ລວງເລິກ ແລະ ມີສະຖຽນລະພາບຍາວນານ. ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືທາງດ້ານເສດຖະກິດ - ການຄ້າສອງຝ່າຍ ແລະ ຕີລາຄາສູງຕໍ່ເລື່ອງສອງຝ່າຍສ້າງຂໍ້ຕົກລົງກ່ຽວກັບບັນຫານະໂຍບາຍອັດຕາແລກປ່ຽນເງິນຕາ ບົນຈິດໃຈສ້າງສັນ, ຊຸກຍູ້ ແລະ ມຸ່ງໄປເຖິງການຄ້າທີ່ກົມກ່ຽວ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ  ແລະ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris (ພາບ: TTXVN)

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຢັ້ງຢືນວ່າ ຫວຽດນາມ ແລະ ອາເມລິກາ ແບ່ງປັນບັນດາຄວາມສົນໃຈລວມກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ດ້ວຍຄວາມມານະພະຍາຍາມປະຕິບັດບັນດາຄຳໝັ້ນສັນກາລະດັບຊາດ, ຜັນຂະຫຍາຍບັນດາມາດຕະການທີ່ແຂງແຮງກວ່າກ່ຽວກັບພະລັງງານສະອາດ ແລະ ພະລັງງານຜະລິດຄືນໃໝ່. ສອງຝ່າຍກໍເຫັນດີເປັນເອກະພາບ ເພີ່ມທະວີການຮ່ວມມືໃນຂອບເຂດ ສປຊ ກໍຄື ບັນດາເວທີປາໄສຫຼາຍຝ່າຍອື່ນ, ສະໜັບສະໜູນການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການເດີນເຮືອ, ການບິນ ແລະ ແກ້ໄຂທຸກການແກ້ງແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ກໍຄືສ້າງສຳເລັດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສອດຄ່ອງກັບກົດໝາຍສາກົນໂດຍໄວ.

        ສ່ວນທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຕີລາຄາສູງຕໍ່ຄວາມມານະພະຍາຍາມຄວບຄຸມໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ແລະ ຢັ້ງຢືນຄືນຄຳໝັ້ນສັນຍາຂອງ ອາເມລິກາ ທີ່ວ່າ ຈະສືບຕໍ່ຊ່ວຍເຫຼືອ ຫວຽດນາມ ຍູ້ໂລກລະບາດໃຫ້ຖອຍໄປ. ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ກໍສະເໜີໃຫ້ສອງຝ່າຍຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອໜູນຊ່ວຍບັນດາວິສາຫະກິດ, ໂດຍສະເພາະແມ່ນບັນດາກຸ່ມບໍລິສັດໃຫຍ່ຂອງ ອາເມລິກາ ແລະ ຫວຽດນາມ ຈະສືບຕໍ່ຮັກສາລະບົບສະໜອງການຜະລິດ, ບໍ່ໃຫ້ຖືກຂາດວັກຂາດຕອນຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19.

ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນຕ້ອນຮັບ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris (ພາບ:TTXVN)

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 25 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ເປັນປະທານພິທີຕ້ອນຮັບທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທ່ານນາງ Kamala Harris ກໍແມ່ນຮອງປະທານາທິບໍດີ ອາເມລິກາ ຄົນປັດຈຸບັນຄົນທຳອິດທີ່ມາຢ້ຽມຢາມ ຫວຽດນາມ.

        ເມື່ອແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ສາຍພົວພັນສອງຝ່າຍໃນບາງຂົງເຂດສຳຄັນຄື ສາທາລະນະສຸກ, ການສຶກສາ, ການຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍມານະພະຍາມມຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ປົກປ້ອງເດັກ ແລະ ປະຕິບັດບັນດານະໂຍບາຍຊ່ວຍໜູນສັງຄົມໃຫ້ບັນດາເປົ້າໝາຍທີ່ມີຄວາມສ່ຽງສູງໃນສັງຄົມ. ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດຫວຽດນາມ ຫວໍທິແອັງຊວັນ ກໍສະເໜີໃຫ້ລັດຖະບານ ອາເມລິກາ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອາເມລິກາ ເຮັດວຽກ, ດຳລົງຊີວິດ, ນັບມື້ນັບພັດທະນາ ແລະ ກາຍເປັນຂົວຕໍ່ຢ່າງມີປະສິດທິຜົນ ນຳສາຍພົວພັນລະຫວ່າງ ສອງປະເທດ ຫວຽດນາມ - ອາເມລິກາ ໃກ້ຊິດສະໜສະໜົມກວ່າອີກ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top