ຂ່າວສານ
ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ກັບ ລາວ ຢ່າງບໍ່ຢຸດຢັ້ງ
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຈະປະຕິບັດຈົນສຸດຄວາມສາມາດຂອງຕົນ ເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ. ໂດຍຕີລາຄາສູງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລາວ ແລະ ຫ້ອງວ່າການລັດຖະບານ ຫວຽດນາມ ໄດ້ປະກອບສ່ວນຢ່າງແທດຈິງ ໃຫ້ແກ່ສາຍພົວພັນຫວຽດນາມ - ລາວ, ທ່ານນາຍົກລັດຖະມົນຕີ ສະເໜີ ໃນໄລຍະຈະມາເຖິງ, ສອງຫ້ອງວ່າການ ຈະສືບຕໍ່ສົມທົບກັນແບ່ງປັນ, ແລກປ່ຽນປະສົບການ ໃນການແກ້ໄຂວຽກງານ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມືຢ່າງມີປະສິດທິຜົນ, ນັບມື້ນັບຍົກສູງຄຸນນະພາບວຽກງານເປັນເສນາທິການລວບລວມໃຫ້ລັດຖະບານ ແລະ ນາຍົກລັດຖະມົນຕີຂອງສອງປະເທດໃນການບໍລິຫານ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີສ້າງເງື່ອນໄຂໃຫ້ວິສາຫະກິດ ຫວຽດນາມ ໄປລາວ ແລະ ນຳວິສາຫະກິດລາວ ມາຫວຽດນາມ ຫຼາຍກ່ວາເກົ່າ, ເປັນຕົ້ນແມ່ນໃນຂົງເຂດອຸດສາຫະກຳ.