ຕອນເຊົ້າວັນທີ 22 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ຈັດພິທີໄຂຊຸດຝືກອົບຮົບ “ທັກສະໃນການໝູນໃຊ້ເຄື່ອງມືປັນຍາປະດິດ ໃນສື່ມວນຊົນຫຼາຍປຼາດຟອມ, ຫຼາຍພາຫະນະ” ແລະ ຊຸດ “ທັກສະໃນການຜະລິດລາຍການຂ່າວ, ບົດຂຽນໃນສະມາດໂຟນ” ໃຫ້ແກ່ຖັນແຖວນັກຂ່າວລາວ. ເຂົ້າຮ່ວມ 2 ຊຸກຝືກອົບຮົບມີນັກສຳມະນາກອນ 40 ຄົນແມ່ນບັນດາພະນັກງານສື່ມວນຊົນ, ນັກຂ່າວລາວ. ຕາມຄະນະຈັດຕັ້ງແລ້ວ, ຊຸດຝືກອົບຮົບກ່ຽວກັບການໝູນໃຊ້ປັນຍາປະດິດ ຊ່ວຍບັນດານັກສຳມະນາກອນເຂົ້າເຖິງບັນດາທ່າອ່ຽງເຕັກໂນໂລຢີໃໝ່ຂອງສື່ມວນຊົນໂລກ. ຊຸດຝືກອົບຮົບກ່ຽວກັບການຜະລິດຂ່າວ, ບົດໃນສະມາດໂຟນຈະປະກອບບັນດາທັກສະໃນການເຮັດຂ່າວໂດຍໄວ, ມີໄຫວພິບ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສື່ມວນຊົນທັນສະໄໝ.





