• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຊຸກ​ຍູ້​ການ​ເຕີບ​ໂຕ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ກັບ​ລາ​ຊະ​ອາ​ນາຈັກ​ອັງ​ກິດ ແລະ ບັນ​ດາ​ເຂດ​ຂອງ ອັງ​ກິດ

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ມີຄວາມປາດຖະໜາ ຢາກເພີ່ມທະວີການຮ່ວມມື ກັບ ລາຊະອານາຈັກອັງກິດ ແລະ ບັນດາເຂດຂອງ ອັງກິດຢ່າງມີປະສິດທິຜົນ, ແທດຈິງ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ Scotland ສ້າງເງື່ອນໄຂກ່ວາອີກ ໃຫ້ແກ່ສິນຄ້ານຳເຂົ້າຂອງ ຫວຽດນາມ ໃນການສຳຜັດກັບຕະຫຼາດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບ ທ່ານນາງ Nicola Sturgeon ຜູ້ວ່າການ Scotland  (ພາບ: TTXVN)

ວັນທີ 31 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບ ທ່ານນາງ Nicola Sturgeon ຜູ້ວ່າການ Scotland  ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍ ເຂົ້າຮ່ວມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 26) ແລະ ຢ້ຽມຢາມ, ເຮັດວຽກຢູ່ ລາຊະອານາຈັກອັງກິດ.

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ມີຄວາມປາດຖະໜາ ຢາກເພີ່ມທະວີການຮ່ວມມື ກັບ ລາຊະອານາຈັກອັງກິດ ແລະ ບັນດາເຂດຂອງ ອັງກິດຢ່າງມີປະສິດທິຜົນ, ແທດຈິງ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ Scotland ສ້າງເງື່ອນໄຂກ່ວາອີກ ໃຫ້ແກ່ສິນຄ້ານຳເຂົ້າຂອງ ຫວຽດນາມ ໃນການສຳຜັດກັບຕະຫຼາດ, ພ້ອມທັງໜູນຊ່ວຍ ຫວຽດນາມ ກ່ຽວກັບແຫຼ່ງສະໜອງວັກຊິນກັນໂຄວິດ - 19, ບັນດາວັດຖຸອຸປະກອນການແພດທີ່ຈຳເປັນ, ເປັນຕົ້ນແມ່ນເຄື່ອງຊ່ວຍຫາຍໃຈ ແລະ ຢາປິ່ນປົວພະຍາດໂຄວິດ - 19.

ສ່ວນທ່ານນາງ Nicola Sturgeon ໄດ້ສະໜັບສະໜູນຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ໃຫ້ຮູ້ວ່າ Scotland ມີທ່າໄດ້ປຽບຫຼາຍຢ່າງ, ມີບົດຮຽນປະສົບການໃນການພັດທະນາໄຟຟ້າແຮງລົມຢູ່ແຄມຝັ່ງ ແລະ ພວມເພີ່ມທະວີ ໄຟຟ້າແຮງລົມ ຢູ່ນອກຝັ່ງທະເລ, ທ່ານກໍ່ສະແດງຄວາມພ້ອມທີ່ຈະແບ່ງປັນ ແລະ ຮ່ວມມື ກັບຫວຽດນາມ ໃນຂົງເຂດນີ້. ພ້ອມທັງສະແດງຄວາມປາດຖະໜາຢາກ ເພີ່ມທະວີການຮ່ວມມື ໃນການບຳລຸງສ້າງ, ພັດທະນາຊັບພະຍາກອນມະນຸດ, ສະແດງຄວາມຊົມເຊີຍຕໍ່ນັກສຶກສາຫວຽດນາມ ທີ່ໄດ້ມາຮ່ຳຮຽນ, ຄົ້ນຄ້ວາ ຢູ່ Scotland.

ໃນວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ເຂົ້າຮ່ວມພິທີປະກາດຖ້ຽວບິນ ໂດຍກົງ ຫວຽດນາມ - ອັງກິດຂອງ ບໍລິສັດການບິນ Bamboo Airways ແລະ ເປີດຕົວສາຂາໃຫຍ່ ຂອງ ບໍລິສັດ ປະຈຳ ອັງກິດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top