• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຈະ​ສືບ​ຕໍ່​ແມ່ນ​ສະ​ມ​າ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ UNESCO

ຕອນບ່າຍວັນທີ 5 ກັນຍາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານນາງ Audrey Azoulay ຜູ້ອຳນວຍການໃຫຍ່ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO).

ຕອນບ່າຍວັນທີ 5 ກັນຍາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານນາງ Audrey Azoulay ຜູ້ອຳນວຍການໃຫຍ່ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO).

    

ທ່ານ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນໃຫ້ການຕ້ອນຮັບທ່ານນາງ Audrey Azoulay ຜູ້ອຳນວຍການໃຫຍ່ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ປະຕິບັດບັນດາຄຳໝັ້ນສັນຍາສາກົນຂອງຕົນເພື່ອປະກອບສ່ວນເຂົ້າວຽກງານລວມຂອງ UNESCO ຢ່າງແທດຈິງ ແລະ ມີປະສິດທິຜົນກ່ວາອີກ. ຫວຽດນາມ ຈະອອກສະໝັກເປັນກຳມະການຄະນະກຳມະການມໍລະດົກໂລກ ອາຍຸການ 2023 - 2027 ເພື່ອພ້ອມກັບບັນດາປະເທດອື່ນໆ ສ້າງບັນດານະໂຍບາຍໃຫ້ສຳເລັດຜົນ ກໍ່ຄືຊຸກຍູ້ບັນດາມາດຕະການເພື່ອແນໃສ່ປົກປ້ອງມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ ແລະ ຫວັງວ່າຈະໄດ້ຮັບການສະໜັບສະໜູນ ຈາກຝ່າຍ UNESCO.

ສ່ວນທ່ານນາງ Audrey Azoulay ຜູ້ອຳນວຍການໃຫຍ່ສົ່ງເສີມໃຫ້ ຫວຽດນາມ ສືບຕໍ່ຮັກສາຄວາມສົມດຸນລະຫວ່າງການອະນຸລັກຮັກສາ ແລະ ພັດທະນາ, ເນັ້ນໜັກວ່າ ຈະຊຸກຍູ້ບັນດາປະເທດ ສະມາຊິກ UNESCO ແບ່ງປັນບັນດາຜົນງານດ້ານວິທະຍາສາດ ລະຫວ່າງບັນດາປະເທດພັດທະນາ ແລະ ບັນດາປະເທດພວມພັດທະນາ, ກໍ່ຄືຢັ້ງຢືນຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດຄື: ການສຶກສາ, ວັດທະນະທຳ, ວິທະຍາສາດ ແລະ ການຖະແຫຼງຂ່າວ ແລະ ການສື່ສານ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແມັງ​ເໝີ້ນ ສະ​ເໜີ​ໃຫ້​ສອງ​ຝ່າຍ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ ໂດຍ​ສະ​ເພາະ​ແມ່ນ​ຮ່ວມ​ມື​ດ້ານ​ລົດ​ໄຟ.

Top