• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ກ​ຽມ​ພ້ອມ​​ສ້າງ​ເງື່ອນ​ໄຂ ແລະ ຮ່ວມ​ເດີນ​ທາງ ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ EU ມາ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ສະ​ດວກ​ຢູ່ ຫວຽດ​ນາມ

ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ສະແດງຄວາມແບ່ງປັນ ແລະ ຄວາມເຫັນອົກເຫັນໃຈກັບບັນດາຄວາມຫຍຸ້ງຍາກຂອງບັນດາວິສາຫະກິດຢູ່ ຫວຽດນາມ ຕໍ່ໜ້າບັນດາການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ນີ້ພຽງແຕ່ແມ່ນບັນດາຄວາມຫຍຸ້ງຍາກໃດໜຶ່ງ ແລະ ຫວຽດນາມ ພວມມານະພະຍາຍາມຜັນຂະຫຍາຍຫຼາຍມາດຕະການ ເພື່ອຄວບຄຸມ, ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການເຮັດວຽກກັບເອກອັກຄະລັດຖະທູດ, ຫົວໜ້າຄະນະຄະນະປະຕິບັດງານສະຫະພາບ ເອີລົບ (EU), ເອກອັກຄະລັດຖະທູດບັນດາປະເທດ EU, ສະຫະສະມາຄົມວິສາຫະກິດ ເອີລົບ (Eurocham) (ພາບ: sggp.org.vn)

ໂດຍສືບຕໍ່ໂຄງການເຮັດວຽກກັບເອກອັກຄະລັດຖະທູດ ບັນດາປະເທດ ແລະ ຜູ້ຕາງໜ້າບັນດານັກລົງທຶນຕ່າງປະເທດຢູ່ ຫວຽດນາມ ເພື່ອແນໃສ່ໜູນຊ່ວຍ, ແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ປະຊາຄົມວິສາຫະກິດ ໃນສະພາບການໂລກລະບາດໂຄວິດ - 19, ຕອນບ່າຍວັນທີ 9 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຮັດວຽກກັບເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານສະຫະພາບ ເອີລົບ (EU), ເອກອັກຄະລັດຖະທູດບັນດາປະເທດ EU, ສະຫະສະມາຄົມວິສາຫະກິດ ເອີລົບ (Eurocham) ແລະ ກຸ່ມບໍລິສັດ, ວິສາຫະກິດຈຳນວນໜຶ່ງຂອງ ເອີລົບ ຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກຽມພ້ອມການສ້າງເງື່ອນໄຂ ແລະ ຮ່ວມເດີນທາງເພື່ອໃຫ້ບັນດາວິສາຫະກິດ EU ທີ່ມາລົງທຶນ, ດຳເນີນທຸລະກິດຢ່າງສະດວກຢູ່ ຫວຽດນາມ, ສົ່ງເສີມ ແລະ ຫວັງວ່າບັນດາປະເທດ EU ຈະໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ທີ່ໄປລົງທຶນຢູ່ບັນດາຂົງເຂດເຊິ່ງ EU ມີຄວາມຕ້ອງການ, ສ້າງຄວາມສົມດຸນ ເທື່ອລະກ້າວ ແລະ ການຮ່ວມມືຍາວນານ, ຕ່າງຝ່າຍຕ່າງມີຜົນປະໂຫຍດໃນການລົງທຶນ ແລະ ການຄ້າ. ທ່ານກ່າວວ່າ:

ການຮ່ວມມືດ້ານເສດຖະກິດການຄ້າ ໄດ້ ແລະ ພວມແມ່ນເສົາຫຼັກ ແມ່ນກຳລັງໜູນຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ-EU ຢ່າງແຮງ. ນີ້ແມ່ນສິ່ງທີ່ເປັນໜ້າຊືນຊົມໃນສະພາບການໂລກລະບາດໂຄວິດ - 19 ທີ່ພວມສືບຕໍ່ມີບັນດາຜົນກະທົບຢ່າງເລິກເຊິ່ງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ບັນດາພື້ນຖານເສດຖະກິດສະມາຊິກຂອງ EU ກໍ່ຄືຂອງ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ສະແດງຄວາມແບ່ງປັນ ແລະ ຄວາມເຫັນອົກເຫັນໃຈກັບບັນດາຄວາມຫຍຸ້ງຍາກຂອງບັນດາວິສາຫະກິດຢູ່ ຫວຽດນາມ ຕໍ່ໜ້າບັນດາການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ນີ້ພຽງແຕ່ແມ່ນບັນດາຄວາມຫຍຸ້ງຍາກໃດໜຶ່ງ ແລະ ຫວຽດນາມ ພວມມານະພະຍາຍາມຜັນຂະຫຍາຍຫຼາຍມາດຕະການ ເພື່ອຄວບຄຸມ, ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ.

ບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າການນຳວິສາຫະກິດ EU ຈຳນວນໜຶ່ງ ໄດ້ຕີລາຄາສູງ ການຈັດການເຮັດວຽກ ເພື່ອເຈລະຈາກ່ຽວກັບບັນດາມາດຕະການແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການຮັກສາລະບົບສະໜອງ, ຂົນສົ່ງ ແລະ ຈໍລະຈອນ ສິນຄ້າ, ຕີລາຄາວ່າ ຫວຽດນາມ ຍັງແມ່ນຈຸດນັດພົບກ່ຽວກັບການລົງທຶນທີ່ດຶງດູດໃຈ ດ້ວຍຄວາມສາມາດບົ່ມຊ້ອນພັດທະນາໃນໄລຍະຈະມາເຖິງ, ຢັ້ງຢືນຄວາມປາດຖະໜາຢາກສືບຕໍ່ຊຸກຍູ້, ພັດທະນາກ່ວາອີກການເຄື່ອນໄຫວມາລົງທຶນ, ດຳເນີນທຸລະກິດແບບຍາວນານຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top