• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ກຳ​ປູ​ເຈຍ​ ຮ່ວມ​ມື​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ

ໃນຊຸມປີຜ່ານມາ, ຫວຽດນາມ ແລະ ກຳປູເຈຍ ໄດ້ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືບຳລຸງສ້າງທີ່ນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ດ້ວຍຫຼາຍໂຄງການເຄື່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນ. ທຸກໆປີ, ຈຳນວນນັກຮຽນ, ນັກສຶກສາ ແລະ ນັກຄົ້ນຄ້ວາລະຫວ່າງສອງປະເທດລ້ວນແຕ່ເພີ່ມຂຶ້ນ. ຕາມບົດລາຍງານໝາກຜົນການປະຕິບັດໜ້າທີ່ສົກປີ 2022 – 2023, ທິດທາງ, ໜ້າທີ່ຈຸດສຸມສົກປີ 2023 – 2024 ຂອງກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລ້ວ, ປັດຈຸບັນ ມີນັກສຶກສາຕ່າງປະເທດປະມານ 22.000 ຄົນທີ່ພວມຮ່ຳຮຽນຢູ່ ຫວຽດນາມ, ໃນນັ້ນມີນັກຮຽນ, ນັກສຶກສາ ກຳປູເຈຍ ປະມານ 4.000 ຄົນ.
ພິທີເປີດຊຸກຝືກອົບຮົບ

ໃນຫ້ອງຮຽນທີ່ກວ້າງຂວາງ ແລະ ງາມຕາ ໄດ້ຮັບການຕິດຕັ້ງວັດຖຸອຸປະກອນທີ່ທັນສະໄໝ, ກວ້າງເທົ່າກັບເດີ່ນຫຼິ້ນບານບ້ວງ ຢູ່ວິທະຍາຄານປ້ອງກັນຊາດ (ຮ່າໂນ້ຍ), ນັກສຳມະນາກອນ 18 ຄົນຂອງບັນດາເຫຼົ່າຮົບ ຂອງກອງທັບພະບໍລົມວົງສານຸວົງ ກຳປູເຈຍ ພວມຕັ້ງໃຈຮັບຟັງບົດສອນຂອງ ອາຈານ, ພັນເອກ ຫງວຽນຮົ່ງເຕິນ, ຮອງຫົວໜ້າພະແນກວຽກງານພັກ, ວິທະຍາຄານປ້ອງກັນຊາດ ສະເໜີກ່ຽວກັບປະຫວັດຄວາມເປັນມາຂອງກອງທັບ ຫວຽດນາມ. ນີ້ແມ່ນຊຸດຝືກອົບຮົບໄລຍະສັ້ນກ່ຽວກັບການບັນຊາການ - ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດ ຊຸດທີ 20 ທີ່ສະຫງວນໃຫ້ແກ່ນັກສຳມະນາກອນກອງທັບ ພະບໍລົມວົງສານຸວົງ ກຳປູເຈຍ ຢູ່ວິທະຍາຄານປ້ອງກັນຊາດ. ທ່ານ ພົນຕີ Mork Chan Vireak, ຮອງຜູ້ບັນຊາການ, ຫົວໜ້າຫ້ອງເຕັກນິກ, ກອງບັນຊາການໃຫຍ່, ກອງທັບພະບໍລົງວົງສານຸວົງ ກຳປູເຈຍ ໃຫ້ຮູ້ວ່າ: ເລື່ອງໄດ້ສົ່ງມາຮ່ຳຮຽນ ແລະ ຄົ້ນຄ້ວາຢູ່ ຫວຽດນາມ ແມ່ນໂອກາດທີ່ດີເພື່ອຍົກສູງຄວາມຮູ້ ແລະ ຊອກຮູ້ກ່ຽວກັບການພົວພັນສອງປະເທດຕື່ມອີກ.

ທາງໂຮງຮຽນໄດ້ເອົາໃຈໃສ່ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ພວກຂ້າພະເຈົ້າຮູ້ສຶກອຸ່ນອ່ຽນໃຈໃນການຮຽນ ແລະ ຄົ້ນຄ້ວານອກຈາກ ການຮຽນໃນຫ້ອງຮຽນແລ້ວ ພວກຂ້າພະເຈົ້າຍັງໄດ້ຄົ້ນຄ້ວາ ແລະ ຊອກຮູ້ຕົວຈິງກ່ຽວກັບວຽກງານບັນຊາການເສນາທິການໃຫ້ແກ່ທຸກຂັ້ນຢູ່ບາງກົມກອງໃນກອງທັບ ຫວຽດນາມມີຫຼາຍເນື້ອໃນທີ່ມີລັກສະນະພິເສດ ຍັງໄດ້ຕິດພັນກັບພຶດຕິກຳຕົວຈິງ ແລະ ຄວາມຕ້ອງການໃນການຮ່ຳຮຽນຂອງບັນດາກົມກອງພວກຂ້ພະເຈົ້ານັ້ນ ແມ່ນຈະມີຄວາມໝາຍສຳລັບພວກຂ້າພະເຈົ້າໃນການປະຕິບັດໜ້າທີ່ໃນອະນາຄົດ.

ໂດຍປະຕິບັດຕາມແຜນນະໂຍບາຍຂອງກະຊວງປ້ອງກັນປະເທດ, ນັບແຕ່ປີ 2000 ມານີ້, ວິທະຍາຄານປ້ອງກັນຊາດ ໄດ້ເປີດຊຸດຝືກອົບຮົບ 20 ຊຸດ ບຳລຸງສ້າງໃຫ້ພະນັກງານຂອງກອງທັບພະບໍລົມວົງສານຸວົງ ກຳປູເຈຍ ເກືອບ 300 ຄົນ. ທ່ານພົນຈັດຕະວາ ຫງວຽນດິ່ງດ້ານ, ຮອງຫົວໜ້າກົມໂຮງຮຽນ, ກົມໃຫຍ່ເສນາທິການກກອງທັບປະຊາຊົນ ຫວຽດນາມ, ໃຫ້ຮູ້ວ່າ: ໃນວິວັດການຮ່ຳຮຽນ, ຄົ້ນຄ້ວາຢູ່ວິທະຍາຄານປ້ອງກັນຊາດ, ນັກສຳມະນາກອນກອງທັບ ກຳປູເຈຍ ໄດ້ ປະກອບລະບົບຄວາມຮູ້ໂດຍພື້ນຖານ, ວິຊາສະເພາະ, ອັບເດດໃນຕົວຈິງ, ຜ່ານນັ້ນ ກໍ່ຊ່ວຍໃຫ້ນັກສຳມະນາກອນຍົກສູງພູມປັນຍາ, ຄວາມສາມາດທາງດ້ານຈິນຕະນາການ ແລະ ການຊີ້ນຳນຳພາ, ຄຸ້ມຄອງຢູ່ຂັ້ນຍຸດທະສາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການສ້າງກອງທັບພະບໍລົມວົງສານຸວົງ ກຳປູເຈຍ ໃນໄລຍະໃໝ່.

ກົມໂຮງຮຽນ ໄດ້ສົມທົບກັບບັນດາອົງການຂອງກະຊວງປ້ອງກັນປະເທດວິທະຍາຄານໂຮງຮຽ ຈາກນັ້ນ ຈະສ້າງບັນດາມາດຖານບຳລຸງສ້າງໃນທຸກໆປີ ເພື່ອກະກຽມຜັນຂະຫຍາຍຢ່າລອບຄອບຖີ່ຖ້ວນນັບແຕ່ຫ້ອງຮຽນສະໜາຝືກຊ້ອມຕະຫຼອດຮອດພື້ນຖານໂຄງລ່າງວັດຖຸອຸປະກອນບ່ອນກິນນອນໃຫ້ແກ່ນັກສຳມະນາກອນ.

ຊຸມປີຜ່ານມາ, ກະຊວງສຶກສາສອງປະເທດ ຍາມໃດກໍ່ຍູ້ແຮງການຮ່ວມມືດ້ານບຳລຸງສ້າງ ກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ, ຊີວະພາບ, ແພດສາດ-ການຢາ, ການລ້ຽງສັດ, ຄຸ້ມຄອງ, ບັນຊີ, ດຳເນີນທຸລະກິດ, ເຕັກນິກ, ກໍ່ສ້າງ. ຢູ່ມະຫາວິທະຍາໄລ ກຽນຢາງ, ທາງໂຮງຮຽນຍາມໃດກໍ່ມານະພະຍາຍາມປະຕິບັດກິດຈະກຳບຳລຸງສ້າງແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງໃຫ້ແກ່ເຂດທົ່ງພຽງແມມ່ນ້ຳຂອງທາງພາກໃຕ້ ແລະ ແຂວງກຽນຢາງ. ໃນຍຸດທະສາດພັດທະນາ, ທາງໂຮງຮຽນ ໄດ້ປະຕິບັດການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ນັກສຶກສາສາກົນ. ປັດຈຸບັນ, ມະຫາວິທະຍາໄລ ກຽນຢາງ ມີນັກສຶກສາ ລາວ, ກຳປູເຈຍ ແລະ ອິນໂດເນເຊຍ ກ່າວ 60 ຄົນ. ທ້າຍສົກປີ 2022 – 2023, ທາງໂຮງຮຽນມີນັກສຶກສາ ກຳປູເຈຍ 20 ຄົນ, ນັກສຶກສາລາວ 3 ຄົນ ຮຽນຈົບ ຊຸດທຳອິດ, ອັດຕາຈຳນວນມີວຽກເຮັດພາຍຫຼັງຮຽນຈົບບັນລຸ 100%. ນ້ອງ Mok Vanneth ນັກສຶກສາ ກຳປູເຈຍ ຮຽນຈົບຂະແໜງ ເຕັກໂນໂລຢີເຕັກນິກການກໍ່ສ້າງ ໃນລະດັບເກັ່ງ, ພວມເຮັດວຽກຢູ່ພາກສ່ວນຄຸ້ມຄອງຄຸນນະພາບຂອງບໍລິສັດຢາງພາລາ ຫວຽດນາມ ສາຂາ ກຳປູເຈຍ ແບ່ງປັນວ່າ:

ໃນເວລາຮ່ຳຮຽນຢູ່ໂຮງຮຽນບັນດາຄູອາຈານໄດ້ ສິດສອນຊ່ວຍເຫຼືອຢ່າສຸດໃຈສ້າງເງື່ອນໄຂສະເພາະໃນການຮ່ຳຮຽນ ແລະ ດຳລົງຊີວິດໃຫ້ແກ່ນ້ອງເປັນຕົ້ນແມ່ນໃນໄລຍະເກີດໂລກລະບາດໂຄວິດ - 19. ທາງໂຮງຮຽນມີພື້ນຖານໂຄງລ່າງທີ່ໃຫຍ່ໂຕມະໂຫຖານສ້າງເງື່ອນໄຂສະດວກໃຫ້ແກ່ພວກນ້ອງ ໃນວິວັດການຮ່ຳຮຽນຢູ່ໄກບ້ານທາງໂຮງຮຽນຍັງມີຫຼາຍການເຄື່ອນໄຫວເບິ່ງແຍງດູແລໃຫ້ແກ່ນັກສຶກສາສາກົນໃນໂອກາດວັນບຸນບຸນເຕັດໜູນຊ່ວຍນັກສຶກສາ ເມື່ອປະສົບກັບຄວາມຫຍຸ້ງຍາກ.

ທ່ານ ປ.ອ ຫງວຽນຕວັນແຄງ, ອະທິການບໍດີມະຫາວິທະຍາໄລ ກຽນຢາງ ແບ່ງປັນວ່າ ການບຳລຸງສ້າງນັກສຶກສາສາກົນ ມີບົດບາດສຳຄັນໃນວຽກງານການຕ່າງປະເທດ, ປະກອບສ່ວນເຂົ້າໃນການຮັດແໜ້ນນ້ຳໃຈມິດຕະພາບ ລະຫວ່າງ ຫວຽດນາມ ກັບບັນດາປະເທດ ເວົ້າລວມ ແລະ ແຂວງກຽນຢາງ ກັບບັນດາແຂວງຊາຍແດນຂອງ ກຳປູເຈຍ ເວົ້າສະເພາະ.

ໃນໄລຍະຈະມາເຖິງທາງໂຮງຮຽນກໍ່ຈະສືບຕໍ່ຕິດພັນກັບບັນດາແຂວງຢູ່ເຂດຊາຍແດນຕິດກັບ ກຽນຢາງ ແລະ ເຮັດວຽກກັບໂຮງຮຽນມະຫາສິທະຍາໄລ 2 ແຫ່ງແຮກສ່ຽວ ເພື່ອສືບຕໍ່ຮັບສະໜັກນັກຮຽນ ກໍ່ຄືແລກປ່ຽນສຶການສຶກສາ ໃຫ້ແກ່ນ້ອງໆນັກຮຽນທີ່ມີຄວາມຫວັງຢາກຮ່ຳຮຽນຂະແໜງເຕັກນິກສິ່ງແວດລ້ອມ ແລະ ຂະແໜງກະສິກຳ.

ນອກຈາກວິທະຍາຄານປ້ອງກັນຊາດ ແລະ ມະຫາວິທະຍາໄລ ກຽນຢາງແລ້ວ, ຍັງມີສະຖານທີ່ບຳລຸງສ້າງ ຫວຽດນາມ ຫຼາຍແຫ່ງໄດ້ຮັບນັກຮຽນ, ນັກສຶກສາ ກຳປູເຈຍ ຄື: ມະຫາວິທະຍາໄລ ສັບພະວິຊາ ຮ່າໂນ້ຍ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ, ມະຫາວິທະຍາໄລແພດສາດ-ການຢາ ທ້າຍບິ່ງ… ເຊິ່ງບໍ່ພຽງແຕ່ປະກອບສ່ວນເຂົ້າກິດຈະກຳກໍ່ສ້າງ ແລະ ພັດທະນາຂອງ ກຳປູເຈຍ ເທົ່ານັ້ນ, ເຂົາເຈົ້າຍັງແມ່ນຂົວເຊື່ອມຕໍ່ເພື່ອເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບ ແລະ ການສະໜິດຕິດພັນທີ່ຍາວນານລະຫວ່າງ ຫວຽດນາມ - ກຳປູເຈຍ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ ຕ້ອງ​ສວມ​ບົດ​ບາດ​ນຳ​ພາ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ການ​ທະ​ຫານ

ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ ຕ້ອງ​ສວມ​ບົດ​ບາດ​ນຳ​ພາ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ການ​ທະ​ຫານ

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ວິທະຍາຄານເຕັກນິກການທະຫານສຸມໃສ່ປະຕິບັດ 5 ທິດທາງສຳຄັນທີ່ໄດ້ກຳນົດ, ໃນນັ້ນ ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ, ກຳແໜ້ນທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ; ບັນດາທິດທາງຍຸດທະສາດໃນການສ້າງກອງທັບໃນໄລຍະຈະມາເຖິງ.

Top