• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ແພດ ອາ​ຊຽນ ​ຄັ້ງ​ທີ 16 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກ ລາວ, ບຸນແຝງ ພູມມະໄລສິດ, ແຕ່ວັນທີ 7 – 9 ສິງຫາ, ທ່ານນາງ ດ່າວຮົ່ງລານ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ, ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການແພດ ອາຊຽນ ຄັ້ງທີ 16 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽນຈັນ, ລາວ.
ບັນດາຜູ້ແທນຖ່າຍຮູບນຳກັນຢູ່ກອງປະຊຸມ (ພາບ: TTXVN)

ຢູ່ກອງປະຊຸມລັດຖະມົນຕີການແພດ ອາຊຽນ ຄັ້ງທີ 16, ທ່ານນາງ ດ່າວຮົງລານ ໄດ້ມີບົດກ່າວປາໄສສຳຄັນ ເນັ້ນໜັກເຖິງການເພີ່ມທະວີລະບົບການແພດພາຍຫຼັງໂລກລະບາດໃນພາກພື້ນ ຜ່ານການເພີ່ມທະວີຄວາມສາມາດໃນການຮັບມືທາງດ້ານການແພດສາທາລະນະ, ປັບປຸງຄວາມສາມາດໃນການສຳຜັດກັບບັນດາການບໍລິການເບິ່ງແຍງດູແລສຸຂະພາບທີ່ຈຳເປັນ, ລົງທຶນເຂົ້າພື້ນຖານໂຄງລ່າງ ແລະ ເຕັກໂນໂລຢີການແພດ; ການຮ່ວມມື ແລະ ສາມັກຄີໃນພາກພື້ນ.

ທີ່ກອງປະຊຸມ ລັດຖະມົນຕີສາທາລະນະສຸກ ອາຊຽນ + 3 ຄັ້ງທີ 10 ດ້ວຍຫົວຂໍ້ “ເພີ່ມທະວີຄວາມໝັ້ນຄົງທາງດ້ານສາທາລະນະສຸກ ອາຊຽນ”, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໄດ້ຍົກອອກຂໍ້ສະເໜີກ່ຽວກັບການຊຸກຍູ້ບັນດາໂອກາດຮ່ວມມືຍົກລະດັບ, ປະສົມປະສານ, ເຊື່ອມຕໍ່ບັນດາລະບົບເຕັກໂນໂລຢີຂໍ້ມູນຂ່າວສານ ພ້ອມກັບການຫມູນໃຊ້ປັນຍາປະດິດໃນວຽກນງານການແພດປ້ອງກັນ ແລະ ຄຸ້ມຄອງໂລກລະບາດ ເພື່ອອາດຈະປະຕິບັດວຽກງານປົກປ້ອງສຸຂະພາບໃຫ້ແກ່ປະຊາຊົນ ແລະ ຮັບປະກັນຄວາມໝັ້ນຄົງທາງການແພດໄດ້ເປັນຢ່າງດີກ່ວາ.

ຢູ່ກອງປະຊຸມລັດຖະມົນຕີສາທາລະນະສຸກ ອາຊຽນ - ສ.ເກົາຫຼີ ຄັ້ງທີ 2, ກອງປະຊຸມ ລັດຖະມົນຕີສາທາລະນະສຸກ ອາຊຽນ - ຈີນ ຄັ້ງທີ 9, ກອງປະຊຸມພິເສດລັດຖະມົນຕີສາທາລະນະສຸກ ອາຊຽນ - ອາເມລິກາ ທ່ານນາງ ດ່າວຮົ່ງລານ ໄດ້ມີບົດກ່າວປາໄສສຸມໃສ່ບັນດາເນື້ອໃນຊຸກຍູ້ກົນໄກຮ່ວມມື, ສົມທົບກັນລະຫວ່າງບັນດາປະເທດ ອາຊຽນ ແລະ ສ.ເກົາຫຼີ ກ່ຽວກກັບການແພດດີຈີຕອນ, ລວມມີການໜູນຊ່ວຍການກວດ ປິ່ນປົວພະຍາດ, ບຳລຸງສ້າງແບບທາງໄກ…

ທ່ານນາງ ດ່າວຮົ່ງລານ ກໍ່ແບ່ງປັນກ່ຽວກັບລະບົບການແພດ ຫວຽດນາມ ແລະ ຍົກອອກທິດທາງຂອງອາຊຽນ ເພື່ອບັນລຸໄດ້ບັນດາເປົ້າໝາຍນີ້ຄື: ພັດທະນາລະບົບການແພດທີ່ມີຄວາມສາມາດໃນກການຮັບມື ແລະ ຍືນຍົງ, ປັບຕົວຢ່າງມີໄຫວພິບ, ປະສິດທິຜົນໃນສະພາບການໃໝ່, ພັດທະນາ ແລະ ປ່ຽນແປງລະບົບການແພດຕາມທິດມຸ່ງໄປເຖິງເປົ້າໝາຍທົ່ວປວງຊົນ, ເອົາໃຈໃສ່ເຖິງທຸກດ້ານຂອງປະຊາກອນ, ສຸມໃສ່ຄົ້ນຄ້ວາວິທະຍາສາດ, ໝູນໃຊ້ເຕັກໂນໂລຢີສູງໃນການປ້ອງກັນ, ຕ້ານ, ກວດພົບ, ບົງມະຕິພະຍາດ ແລະ ປິ່ນປົວພະຍາດ…

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

Top