• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ ຢາກ​ພ້ອມ​ກັບ​ ນິວ​ຊີ​ແລນ ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່​ໂດຍ​ໄວ

ວັນທີ 16 ກໍລະກົດ, ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ທ່ານນາງເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ແຈ້ງໃຫ້ຊາບບາງການເຄື່ອນໄຫວພົວພັນຕ່າງປະເທດຂອງຫວຽດນາມໃນໄລຍະຈະມາເຖິງ.

ທ່ານນາງເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ: qdnd.vn/

ຕາມນັ້ນແລ້ວ, ວັນທີ 22 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະມີການພົບປະເຈລະຈາຂັ້ນສຸດຍອດທາງອອນລາຍກັບທ່ານນາຍົກລັດຖະມົນຕີ ນິວຊີແລນ Jacida Ardern.

        ໃນການພົບປະເຈລະຈານັ້ນ, ສອງຝ່າຍຄາດຄະເນວ່າຈະແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດຢ່າງຮອບດ້ານ ແລະ ແທດຈິງ: ການເມືອງ, ການຄ້າ - ການລົງທຶນ, ການປ້ອງກັນຊາດ  - ປ້ອງກັນຄວາມສະຫງົບ, ການສຶກສາ, ກະສິກຳ, ການພົວພັນແລກປ່ຽນປະຊາຊົນ ແລະ ການຮັບມືກັບໂລກລະບາດ Covid – 19 ເພື່ອແນໃສ່ນຳການພົວພັນສອງປະເທດ ຂຶ້ນສູ່ລະດັບສູງໃໝ່ ໃຫ້ເໝາະສົມກັບເນື້ອໃນຈິດໃຈຂອງຖະແຫຼງການຮ່ວມລະຫວ່າງສອງປະເທດທີ່ບັນລຸໄດ້ ເນື່ອງໃນໂອກາດການຢ້ຽມຢາມນິວຊີແລນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃນປີ 2018. ສອງຝ່າຍກໍ່ຈະແລກປ່ຽນບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບຄວາມສາມາດການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ນິວຊີແລນຈະຖືກຍົກລະດັບເປັນຄູ່ຮ່ວມມືຍຸດທະສາດນັ້ນ, ທ່ານນາງ ເລທິທູຮັ່ງໃຫ້ຮູ້ວ່າ: ປີ 2020  ຫວຽດນາມ - ນິວຊີແລນຈະສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ໃນຕະຫຼອດ 45 ປີຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ ແລະ ນິວຊີແລນ ມີການພັດທະນາຢ່າງຕັ້ງໜ້າແລະຍືນຍົງ. ປີ 2009 ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນການພົວພັນຄູ່ຮ່ວມມືຮອບດ້ານ. ນີ້ແມ່ນຂີດໝາຍແຫ່ງການຊຸກຍູ້ການພົວພັນສອງປະເທດທີ່ນັບມື້ນັບມີການພັດທະນາຢ່າງຮອບດ້ານ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top