• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ສຳ​ຜັດ​ ແລະ ສະ​ໜອງ​ວັກ​ຊິນ​ກັນ​ໂຄວິດ - 19

ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ຫວຽດນາມ ຈະປະກອບສ່ວນເງິນເປັນຈຳນວນ 500.000 USD ໃຫ້ແກ່ໂຄງການ COVAX Facility. ການສະໜັບສະໜູນນີ້ ສະແດງໃຫ້ເຫັນວ່າ ຫວຽດນາມ ຕີລາຄາສູງຂໍ້ລິເລີ່ມທົ່ວໂລກນີ້ ໃນການຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ແລະ ຢັ້ງຢືນຄຳໝັ້ນສັນຍາຂອງ ລັດຖະບານ ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມໂຄງການ COVAX Facility ຢ່າງແຮງ.
ຫວຽດນາມ ເຂົ້າຮ່ວມ ກອງປະຊຸມທາງອອນລາຍກັບ ຜູ້ຕາງໜ້າຂອງ COVAX Facility (ພາບ: ກະຊວງສາທາລະນະສຸກ ຫວຽດນາມ)

ຕອນຄ່ຳວັນທີ 31 ພຶດສະພາ, ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍກັບ ຜູ້ຕາງໜ້າຂອງ COVAX Facility ຊຶ່ງແມ່ນການນຳກະຊວງສາທາລະນະສຸກຂອງບາງປະເທດ  ເພື່ອແນໃສ່ ຕີລາຄາສະພາບການໃນການສະໜອງວັກຊິນໃນທົ່ວໂລກຂອງ COVAX Facility, ໃນນັ້ນມີ ຫວຽດນາມ. ນະທີ່ນີ້, ທ່ານ ຫງວຽນແທັງລອງ ມີຄວາມປາດຖະໜາກຢາກ COVAX Facility ຍູ້ໄວຄວາມຄືບໜ້າໃນການສະໜອງ ແລະ ເພີ່ມເຕີມຈຳນວນຊະນິດວັກຊິນໃຫ້ແກ່ ຫວຽດນາມ. ຫວຽດນາມ ກໍ່ມີຄວາມປາດຖະໜາຢາກບັນດາອົງການສາກົນ ແລະ ບັນດາປະເທດໃນໂລກ ສືບຕໍ່ໜູນຊ່ວຍໃນວຽກງານສຳຜັດ ແລະ ສະໜອງວັກຊິນກັນໂຄວິດ - 19. ປັດຈຸບັນ, ຫວຽດນາມ ພວມຕັ້ງໜ້າຍູ້ແຮງການຊື້ເຕັກໂນໂລຢີ, ຮັບການຖ່າຍທອດເຕັກໂນໂລຢີຜະລິດວັກຊິນ ແລະ ມີຄວາມປາດຖະໜາ ໄດ້ກາຍເປັນບ່ອນຕັ້ງໂຮງງານຜະລິດ. ຫວຽດນາມ ຈະລົງທຶນກໍ່ສ້າງໂຮງງານ ແລະ ມີຄວາມປາດຖະໜາ ຢາກ ໄດ້ຮັບການໂອນສິດຜະລິດວັນຊິນ COVAX ເພື່ອແນໃສ່ສະໜອງວັກຊິນ ໃຫ້ແກ່ ບັນດາປະເທດ ກໍ່ຄືຮັບໃຊ້ສະເພາະ ຫວຽດນາມ.

ຕາມທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ຫວຽດນາມ ຈະປະກອບສ່ວນເງິນເປັນຈຳນວນ 500.000 USD ໃຫ້ແກ່ໂຄງການ COVAX Facility. ການສະໜັບສະໜູນນີ້ ສະແດງໃຫ້ເຫັນວ່າ ຫວຽດນາມ ຕີລາຄາສູງຂໍ້ລິເລີ່ມທົ່ວໂລກນີ້ ໃນການຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ແລະ ຢັ້ງຢືນຄຳໝັ້ນສັນຍາຂອງ ລັດຖະບານ ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມໂຄງການ COVAX Facility ຢ່າງແຮງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top