ກອງປະຊຸມມີການເຂົ້າຮ່ວມຂອງ ຜູ້ແທນ 200 ທ່ານເຊິ່ງເປັນຜູ້ຕາງໜ້າຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນຄື: ກຳປູເຈຍ, ລາວ, ຈີນ, ໄທ, ມຽນມາ, ພີລິບປິນ, ຫວຽດນາມ, ອົງການປ້ອງກັນ ແລະ ຕ້ານຢາເສບຕິດ (DEA) ອາເມລິກາ… ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເຈຶອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຫວຽດນາມໄດ້ສະເໜີໃຫ້ບັນດາປະເທດເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ຍົກສູງບົດບາດຫຼັກແຫຼ່ງໃນການກໍ່ສ້າງບັນດານະໂຍບາຍ, ຍຸດທະສາດຄວບຄຸມກວດກາຢາເສບຕິດໃຫ້ຫຼາຍກ່ວາອີກ, ເຂົ້າຮ່ວມໂດຍກົງປະກອບສ່ວນ ແລະ ແບ່ງປັນບົດບາດຄວາມຮັບຜິດຊອບໃນການລະດົມບັນດາກຳລັງແຮງໃຫ້ແກ່ບັນດາຂໍ້ລິເລີ່ມໃນການປ້ອງກັນ ແລະ ຕ້ານຢາເສບຕິດໃນພາກພື້ນ ແລະ ໂລກ. ທ່ານເຈຶອງຮ່ວາບິ່ງກ່າວວ່າ:
“ທີ່ກອງປະຊຸມຄັ້ງນີ້ ຂ້າພະເຈົ້າຢືນຢັນຄືນຄວາມຕັດສິນໃຈ, ເຈດຕະນາດີ ແລະ ຄຳໝັ້ນສັນຍາຂອງ ຫວຽດນາມ ໃນການເພີ່ມທະວີການຮ່ວມມືກັບອົງການປ້ອງກັນ, ຕ້ານຢາເສບຕິດ ແລະ ອາດຊະຍາກຳ ຂອງ ສປຊ ກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ. ຫວຽດນາມ ໄດ້, ພວມ ແລະ ຍາມໃດກໍ່ແມ່ນສະມາຊິກຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບ, ຍາມໃດກໍ່ຮຽງບ່າຮຽງໄຫລ່ພ້ອມກັບບັນດາປະເທດສະມາຊິກໃນພາກພື້ນ ແລະ ໃນໂລກ ປະຕິບັດຢ່າງເຂັ້ມງວດບັນດາຄຳໝັ້ນສັນຍາ ແລະຂໍ້ຕົກລົງທີ່ບັນລຸໄດ້, ມານະພະຍາຍາມສູ້ຊົນໃຫ້ບັນດາເປົ້າໝາຍລວມຂອງ ພາກພື້ນ ເພື່ອສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະ ສ້າງພາກພື້ນປອດຢາເສບຕິດ”
ກອງປະຊຸມໄດ້ຮັບຮອງເອົາຖະແຫລງການຮ່ວມ, ໃນນັ້ນ ເນັ້ນຫນັກຢ່າງແຮງ: ເລື່ອງບັນດາປະເທດໃນພາກພື້ນ ຄວນສືບຕໍ່ຍົກສູງບົດບາດເປັນເຈົ້າພາທາງໃນການສ້າງບັນດານະໂຍບາຍ, ຍຸດທະສາດຄວບຄຸມຢາເສບຕິດຂອງແຕ່ລະປະເທດ.
(ແຫຼ່ງຄັດຈາກ VOV)