• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າວ​ສານ ແລະ ການ​ສື​່​ສານ ອາ​ຊຽນ ຄັ້ງ​ທີ 19

ດ້ວຍຫົວຂໍ້ວ່າ “ການເຊື່ອມຕໍ່ແບບອັດສະລິຍະໃຫ້ແກ່ການຫັນເປັນດີຈີຕອນອາຊຽນ”, ກອງປະຊຸມລັດຖະມົນຕີ ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ອາຊຽນຄັ້ງທີ 19 (TELMIN 19) ໄດ້ໄຂຂຶ້ນໃນວັນທີ 24 ຕຸລາ ຢູ່ ນະຄອນຫຼວງ ວຽງຈັນ, ປະເທດລາວ.

ບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: TTXVN) 

ທ່ານ ຫງວຽນແທັ່ງຮຶງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມເຂົ້າຮ່ວມກອງປະຊຸມ.

ນີ້ແມ່ນກອງປະຊຸມຂັ້ນລັດຖະມົນຕີໄດ້ຈັດຕັ້ງປະຈຳປີ ຢູ່ພາກພື້ນອາຊຽນ ດ້ວຍເປົ້າໝາຍແມ່ນເພີ່ມທະວີການຮ່ວມມືກ່ຽວກັບໂທລະຄົມມະນາຄົມ ແລະ ເຕັກໂນໂລຢີ ຂໍ້ມູນຂ່າວສານ ລະຫວ່າງບັນດາປະເທດສະມາຊິກ ຂອງ ອາຊຽນ ກັບ ບັນດາປະເທດຄູ່ຮ່ວມມື.

ໃນຂອບເຂດກອງປະຊຸມ, ບັນດາການນຳຮັບຜິບຊອບຂົງເຂດໂທລະຄົມມະນາຄົມ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ ອາຊຽນ ຈະກວດກາຄືນສະພາບການຜັນຂະຫຍາຍການຮ່ວມມືພາຍໃນ 1 ປີທີ່ຜ່ານມາ, ພ້ອມທັງປຶກສາຫາລືເຫັນດີເປັນເອກະພາບຕໍ່ການກຳນົດທິດການຮ່ວມມືກັບບັນດາເປົ້າໝາຍບຸລິມະສິດໃຫ້ແກ່ໄລຍະການຮ່ວມມືຕໍ່ໄປ, ລວມມີບັນດາຂໍ້ລິເລີ່ມ, ລາຍການຮ່ວມມືເພື່ອແນໃສ່ຫັນເປັນດີຈີຕອນຢູ່ອາຊຽນ.

ຄາດວ່າ, ໃນໄລຍະເຂົ້າຮ່ວມກອງປະຊຸມ, ທ່ານ ຫງວຽນແທັງຮຶງ ພ້ອມກັບບັນດາສະມາຊິກໃນຄະນະປະຕິບັດງານຈະມີການພົບປະ ແລະ ເຮັດວຽກສອງຝ່າຍກັບບັນດາປະເທດ ແລະ ITU ເພື່ອແນໃສ່ ແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານກໍ່ຄືບັນດາຂົງເຂດການຮ່ວມມືຢ່າງລະອຽດໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດມອບ​ຂອງວັນ​ບຸນ​ເຕັດ 7 ລ້ານ​ພູດ​ໃຫ້​ແກ່​ປະ​ຊາ​ຊົນ

ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດມອບ​ຂອງວັນ​ບຸນ​ເຕັດ 7 ລ້ານ​ພູດ​ໃຫ້​ແກ່​ປະ​ຊາ​ຊົນ

ໃນໂອກາດຕ້ອນຮັບບຸນເຕັດ ແລະ ລະດູບານໃໝ່ປີມະເສັງ 2025, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ແຈກຢາຍເງິນກ່ວາ 16 ຕື້ດົ່ງ ຈາກກອງທຶນ “ເພື່ອຄົນທຸກຍາກ” ສູນກາງ ໄປຍັງ ກອງທຶນ“ເພື່ອຄົນທຸກຍາກ” ຂອງ 63 ແຂວງ, ນະຄອນໃນທົ່ວປະເທດ

Top