• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ເປີດກວ້າງ​ການ​ພົວ​ພັນ​ກັບ ອາ​ເມ​ລິ​ກາ ໃນຫຼາຍ​ຂົງ​ເຂດ

ທີ່ການຕ້ອນຮັບ, ທ່ານປະທານປະເທດໄດ້ສົ່ງຄຳຂອບໃຈໄປຍັງລັດຖະບານ ອາເມລິກາ ແລະ ສະຖານທູດອາເມລິກາ ທີໄດ້ໜູນຊ່ວຍເງິນກ່ວາ 2 ລ້ານ USD ໃຫ້ແກ່ບັນດາທ້ອງຖິ່ນ ຫວຽດນາມ ຖືກຜົນເສຍຫາຍໂດຍໄພທຳມະຊາດກໍ່ຂຶ້ນໃນປີຜ່ານມາ.
ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ແລະ ທ່ານເອກອັກຄະລັດຖະທູດ ອາເມລິກາ Marc Knapper (ພາບ: VOV)

ຕອນບ່າຍວັນທີ 12 ມັງກອນຢູ່ຮ່າໂນ້ຍ,  ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ  ປະຈຳ ຫວຽດນາມ Marc Knapper ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ໄດ້ອວຍພອນທ່ານເອກອັກຄະລັດຖະທູດ ທີ່ສິ້ນສຸດການປະຕິບັດງານຢູ່ ຫວຽດນາມຢ່າງຈົບງາມດ້ວຍຫຼາຍຜົນງານທີ່ພົ້ນເດັ່ນ.

ທີ່ການຕ້ອນຮັບ, ທ່ານປະທານປະເທດໄດ້ສົ່ງຄຳຂອບໃຈໄປຍັງລັດຖະບານ ອາເມລິກາ ແລະ ສະຖານທູດອາເມລິກາ ທີໄດ້ໜູນຊ່ວຍເງິນກ່ວາ 2 ລ້ານ USD ໃຫ້ແກ່ບັນດາທ້ອງຖິ່ນ ຫວຽດນາມ ຖືກຜົນເສຍຫາຍໂດຍໄພທຳມະຊາດກໍ່ຂຶ້ນໃນປີຜ່ານມາ. ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນ ຫຼາຍຝ່າຍ, ຫຼາຍຮູບແບບ, ເປັນເພື່ອນມິດ, ຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ ແລະ ສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ.

ສ່ວນທ່ານເອກອັກະຄະລັດຖະທູດ Marc Knapper ເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ຈະມີການພັດທະນາເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ສືບຕໍ່ເປັນແບບຢ່າງໃນການພົວພັນສາກົນ ກ່ຽວກັບການປ່ອງດ່ອງ, ປະອະດີດ, ມຸ່ງໄປເຖິງອະນາຄົດ. ທ່ານ Marc Knapper ຢັ້ງຢືນວ່າ ເຖິງວ່າ ຢູ່ຕຳແໜ່ງໃດກໍ່ຕາມທ່ານກໍ່ຈະສືບຕໍ່ປະກອບສ່ວນໃຫ້ແກ່ການພົວພັນສອງປະເທດພັດທະນາຢ່າງເລິກເຊິ່ງກວ້າງຂວາງ ໃນຂອບເຂດດ້ານສອງຝ່າຍ, ພາກພື້ນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ນາມ​ເຢືອງ ຍື່ນ​​ສານ​ຕາ​ຕັ້ງ​ມາ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ນາມ​ເຢືອງ ຍື່ນ​​ສານ​ຕາ​ຕັ້ງ​ມາ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ

ວັນທີ 17 ກຸມພາ, ທ່ານ ຫງວຽນນາມເຢືອງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ສ. ອາຣັບ ອີຢິບ ແລະ ລັດ ປາແລັດສະຕິນ ໄດ້ຍື່ນສານຕາຕັ້ງຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ມາຍັງທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas, ກາຍເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມບໍ່ປະຈຳຂອງ ຫວຽດນາມ ຢູ່ ລັດ ປາແລັດສະຕິນ ຢ່າງເປັນທາງການ.

Top