• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ປາດ​ຖະ​ໜາ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ສະ​ຫະ​ພາບ ອາ​ຣັບ ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ

ທີ່ການພົບປະ, ທ່ານປະທານປະເທດ ເລືອງເກື່ອງ ຕີລາຄາສູງ ບົດບາດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງສະຫະພັນ ໃນການຮັກສາສັນຕີພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນຕາເວັນອອກກາງ - ອາບຟຼິກກາ ແລະ ໃນໂລກ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງພົບປະກັບທ່ານເລຂາທິການໃຫຍ່ ສະຫະພັນ ອາຣັບ Ahmed Aboul Gheit

ຫວຽດນາມປາດຖະໜາຢາກພັດທະນາການພົວພັນກັບສະຫະພັນ ອາຣັບ ຢ່າງແທ້ຈິງ, ມີປະສິດທິຜົນກ່ວາອີກ. ນີ້ແມ່ນການຢັ້ງຢືນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໃນການພົບປະກັບທ່ານເລຂາທິການໃຫຍ່ ສະຫະພັນ ອາຣັບ Ahmed Aboul Gheit ໃນຕອນເຊົ້າວັນທີ 4 ສິງຫາ, ຕາມເວລາທ້ອງຖ່ິນ, ຢູ່ນະຄອນຫຼວງ ກາຍໂຣ ປະເທດ ເອຢິບ.

ທີ່ການພົບປະ, ທ່ານປະທານປະເທດ ເລືອງເກື່ອງ ຕີລາຄາສູງ ບົດບາດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງສະຫະພັນ ໃນການຮັກສາສັນຕີພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນຕາເວັນອອກກາງ - ອາບຟຼິກກາ ແລະ ໃນໂລກ. ທ່ານປະທານປະເທດສະເໜີ ຫວຽດນາມ ແລະ ບັນດາປະເທດສະມາຊິກ ສະຫະພັນ ອາຣັບ ຕັ້ງໜ້າຜັນຂະຫຍາຍບັນດາໂຄງການຮ່ວມມືທີ່ໄດ້ຮັບການລົງນາມແລ້ວ, ເພີ່ມທະວີການປຶກສາຫາລື, ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາກົນໄກຫຼາຍຝ່າຍ, ພິເສດແມ່ນຢູ່ ສປຊ, ຂະບວນການບໍ່ຮ່ວມກຸ່ມ, ໃຫ້ຄຳໝັ້ນສັນຍາ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ ພູກມັດ ສະຫະພັນ ອາຣັບ  ກັບອາຊຽນ.

ສ່ວນທ່ານເລຂາທິການໃຫຍ່ ສະຫະພັນ ອາຣັບ Ahmed Aboul Gheit ຢັ້ງຢືນວ່າ ສະຫະພັນ ອາຣັບແລະ ບັນດາປະເທດ ສະມາຊິກຖືເປັນສຳຄັນການພົວພັນຮ່ວມມືຢ່າງຮອບດ້ານກັບ ຫວຽດນາມ, ທ່ານຂອບໃຈຫວຽດນາມ ໄດ້ມີທັດສະນະສ້າງຄວາມດູ່ນດ່ຽງ, ສອດຄ່ອງກັບກົດໝາຍສາກົນ ແລະ ກົດບັດ ສປຊ ຕໍ່ບັນດາບັນຫາສາກົນ, ໃນນັ້ນມີການສະໜັບສະໜູນພາລະກິດອັນຊອບທຳຂອງປະຊາຊົນ ປາແລັດສະຕິນ.

(ແຫຼ່ງຄັດຈາກ VOV)

ເວ​ທີ​ປາ​ໄສ​ຂອງ​ສະ​ພາ​ແຫ່ງ​ຊ​າດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວ​ດ​ກາ​ຄັ້ງ​ທຳ​ອິດ

ເວ​ທີ​ປາ​ໄສ​ຂອງ​ສະ​ພາ​ແຫ່ງ​ຊ​າດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວ​ດ​ກາ​ຄັ້ງ​ທຳ​ອິດ

ເວທີປາໄສກ່ຽວກັບການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ຄັ້ງທຳອິດ ໂດຍ ຄະນະປະຈຳສະພາແຫ່ງຊາດ ຈັດຂຶ້ນ ພາຍໃຕ້ຫົວຂໍ້ “ການຕິດຕາມກວດກາຂອງສະພາແຫ່ງຊາດເພື່ອສ້າງສາພັດທະນາ”.

Top