ທີ່ການພົບປະ, ທ່ານປະທານປະເທດ ເລືອງເກື່ອງ ຕີລາຄາສູງ ບົດບາດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງສະຫະພັນ ໃນການຮັກສາສັນຕີພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນຕາເວັນອອກກາງ - ອາບຟຼິກກາ ແລະ ໃນໂລກ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງພົບປະກັບທ່ານເລຂາທິການໃຫຍ່ ສະຫະພັນ ອາຣັບ Ahmed Aboul Gheit
ຫວຽດນາມປາດຖະໜາຢາກພັດທະນາການພົວພັນກັບສະຫະພັນ ອາຣັບ ຢ່າງແທ້ຈິງ, ມີປະສິດທິຜົນກ່ວາອີກ. ນີ້ແມ່ນການຢັ້ງຢືນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໃນການພົບປະກັບທ່ານເລຂາທິການໃຫຍ່ ສະຫະພັນ ອາຣັບ Ahmed Aboul Gheit ໃນຕອນເຊົ້າວັນທີ 4 ສິງຫາ, ຕາມເວລາທ້ອງຖ່ິນ, ຢູ່ນະຄອນຫຼວງ ກາຍໂຣ ປະເທດ ເອຢິບ.
ທີ່ການພົບປະ, ທ່ານປະທານປະເທດ ເລືອງເກື່ອງ ຕີລາຄາສູງ ບົດບາດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງສະຫະພັນ ໃນການຮັກສາສັນຕີພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນຕາເວັນອອກກາງ - ອາບຟຼິກກາ ແລະ ໃນໂລກ. ທ່ານປະທານປະເທດສະເໜີ ຫວຽດນາມ ແລະ ບັນດາປະເທດສະມາຊິກ ສະຫະພັນ ອາຣັບ ຕັ້ງໜ້າຜັນຂະຫຍາຍບັນດາໂຄງການຮ່ວມມືທີ່ໄດ້ຮັບການລົງນາມແລ້ວ, ເພີ່ມທະວີການປຶກສາຫາລື, ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາກົນໄກຫຼາຍຝ່າຍ, ພິເສດແມ່ນຢູ່ ສປຊ, ຂະບວນການບໍ່ຮ່ວມກຸ່ມ, ໃຫ້ຄຳໝັ້ນສັນຍາ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ ພູກມັດ ສະຫະພັນ ອາຣັບ ກັບອາຊຽນ.
ສ່ວນທ່ານເລຂາທິການໃຫຍ່ ສະຫະພັນ ອາຣັບ Ahmed Aboul Gheit ຢັ້ງຢືນວ່າ ສະຫະພັນ ອາຣັບແລະ ບັນດາປະເທດ ສະມາຊິກຖືເປັນສຳຄັນການພົວພັນຮ່ວມມືຢ່າງຮອບດ້ານກັບ ຫວຽດນາມ, ທ່ານຂອບໃຈຫວຽດນາມ ໄດ້ມີທັດສະນະສ້າງຄວາມດູ່ນດ່ຽງ, ສອດຄ່ອງກັບກົດໝາຍສາກົນ ແລະ ກົດບັດ ສປຊ ຕໍ່ບັນດາບັນຫາສາກົນ, ໃນນັ້ນມີການສະໜັບສະໜູນພາລະກິດອັນຊອບທຳຂອງປະຊາຊົນ ປາແລັດສະຕິນ.