• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງການ​ເຄື່ອນ​​ໄຫວ​ພົບ​ປະ​ແລກປ່ຽນຂອງ ສະມາຄົມແມ່ຍິງ ອາຊຽນ ປະຈໍາ ນະຄອນຫຼວງ ວໍ​ຊີງ​ຕັນ

ວັນທີ 28 ກຸມພາ, ທ່ານນາງ ຫງວຽນຟືອງລຽນ ເຊິ່ງເປັນພັນລະຍາທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ - ປະທານສະມາຄົມແມ່ຍິງ ອາຊຽນ ປະຈໍານະຄອນຫຼວງ ວໍຊີງຕັນ (AWC – DC) ໄດ້ເປັນປະທານບັນດາກອງປະຊຸມສະຫຼຸບວຽກງານ ອາຍຸການ ເປັນປະທານສະມາຄົມແມ່ຍິງ ອາຊຽນ ປະຈໍານະຄອນຫຼວງ ວໍຊີງຕັນ ຂອງ ຫວຽດນາມ ໃນປີ 2019.

 (ພາບປະກອບ: chinhphu.vn)

ຕາມນັ້ນແລ້ວ, ໃນປີ 2019, ສະມາຄົມແມ່ຍິງໄດ້ຈັດຕັ້ງການເຄື່ອນໄຫວວັດທະນະທໍາ, ອາຫານການກິນ, ໄປເຄື່ອນໄຫວຢູ່ນອກເມືອງ ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ ແລະ ທໍາຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່່າງບັນດາສະມາຊິກໃນສະມາຄົມ ເວົ້າສະເພາະ ແລະ ລະຫວ່າງບັນດາປະເທດ ອາຊຽນ ເວົ້າລວມ. ຄາດວ່າ ໃນປີ 2020, ສະມາຄົມແມ່ຍິງ ຈະສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວເພີ່ມທະວີການພົບປະແລກປ່ຽນລະຫວ່າງບັນດາສະມາຊິກແມ່່ຍິງດ້ວຍກັນ.  ທ່ານນາງຫງວຽນເຟືອງລຽນ ໃຫ້ຮູ້ວ່າ:

        “ຄວາມໝາຍຂອງສະມາຄົມແມ່ຍິງ ອາຊຽນ ປະຈໍາ ວໍຊິງຕັນ, ທີໜ່ຶງແມ່ນຈັດຕັ້ງບັນດາການເຄື່ອນໄຫວວັດທະນະທໍາ ເພື່ອຍົກສູງຄວາມຜູກພັນ ແລະ ສາມັກຄີຂອງສະຖານທູດບັນດາປະເທດສະມາຊິກ ອາຊຽນ ປະຈໍາຢູ່ທີ່ນີ້ ກໍຄື ບັນດາປະເທດ ອາຊຽນ ເວົ້າລວມ. ທີສອງ ແມ່ນຊ່ວຍຍົກສູງພາບພົດ ກໍຄື ອິດທິພົນຊື່ສຽງຂອງປະຊາຄົມ ອາຊຽນ ເໝືອນດັ່ງປະຊາຄົມໜຶ່ງດຽວທີ່ເປັນເອກະພາບທີ່ສຸດ ຢູ່ ອາເມລິກາ”.

        ຢູ່ກອງປະຊຸມ, ບັນດາຜູ້ແທນ ໄດ້ເລືອກຕັ້ງທ່ານນາງ Kay Thi Kyi Wynn - ເຊິ່ງເປັນພັນລະຍາຂອງເອກອັກຄະລັດຖະທູດ ມຽນມາ ປະຈໍາ ອາເມລິກາ ເປັນປະທານ ແລະ ທ່ານນາງ Mirpuri - ພັນລະຍາຂອງເອກອັກຄະລັດຖະທູດ ສິງກະໂປ ເປັນຮອງປະທານ ສະມາຄົມ ໃນປີ 2020 ນີ້. 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top