• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ໄທ ຍູ້ແຮງການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ

      ລັດຖະບານຫວຽດນາມ ຫາກໍອະນຸມັດຜ່ານ “ສັນຍາລະຫວ່າງລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ລັດຖະບານແຫ່ງ ລາຊະອານາຈັກ ໄທ ກ່ຽວກັບການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ”. ລັດຖະບານມອບໝາຍໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຮັບຜິດຊອບ, ສົມທົບ ກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ແລະ ໄທ ຈັດຕັ້ງຜັນຂະຫຍາຍສັນຍາດັ່ງກ່າວ.
        ປີ 2017, ສອງປະເທດໄດ້ລົງນາມໃນສັນຍາກ່ຽວກັບການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຢີ ໄທ. ສັນຍາສະບັບດັ່ງກ່າວ ເປັນພື້ນຖານດ້ານກອບນິຕິກໍາ ເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມື, ສຸມໃສ່ບັນດາຂົງເຂດຄື: ເຕັກໂນໂລຢີຊີວະ, ເຕັກໂນໂລຢີເອເລັກໂຕນິກ ແລະ ຄອມພິວເຕີ, ວິທະຍາສາດວັດສະດຸ ແລະ ເຕັກໂນໂລຢີ Nano...., ຮ່ວມມືພັດທະນາບັນດາເຕັກໂນໂລຢີທີ່ເໝາະສົມກັບທ່າອ່ຽງຂອງການປະຕິວັດ ອຸດສາຫະກໍາ 4.0. ພ້ອມທັງປະກອບສ່ວນເປີດກວ້າງ ແລະ ຊຸກຍູ້ບັນດາສາຍພົວພັນລະຫວ່າງບັນດາອົງການຈັດຕັ້ງວິທະຍາສາດ - ເຕັກໂນໂລຢີຂອງສອງປະເທດ ບົນພື້ນຖານສະເໝີພາບ, ພ້ອມກັນມີຜົນປະໂຫຍດ,   ປະກອບສ່ວນເພີ່ມທະວີການພົວພັນ ຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ໄທ.
 (ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top