ຂ່າວສານ ຫວຽດນາມ - ໄທ ຍູ້ແຮງການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ 26/12/2018 ລັດຖະບານຫວຽດນາມ ຫາກໍອະນຸມັດຜ່ານ “ສັນຍາລະຫວ່າງລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ລັດຖະບານແຫ່ງ ລາຊະອານາຈັກ ໄທ ກ່ຽວກັບການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ”. ລັດຖະບານມອບໝາຍໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຮັບຜິດຊອບ, ສົມທົບ ກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ແລະ ໄທ ຈັດຕັ້ງຜັນຂະຫຍາຍສັນຍາດັ່ງກ່າວ. ປີ 2017, ສອງປະເທດໄດ້ລົງນາມໃນສັນຍາກ່ຽວກັບການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຢີ ໄທ. ສັນຍາສະບັບດັ່ງກ່າວ ເປັນພື້ນຖານດ້ານກອບນິຕິກໍາ ເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມື, ສຸມໃສ່ບັນດາຂົງເຂດຄື: ເຕັກໂນໂລຢີຊີວະ, ເຕັກໂນໂລຢີເອເລັກໂຕນິກ ແລະ ຄອມພິວເຕີ, ວິທະຍາສາດວັດສະດຸ ແລະ ເຕັກໂນໂລຢີ Nano...., ຮ່ວມມືພັດທະນາບັນດາເຕັກໂນໂລຢີທີ່ເໝາະສົມກັບທ່າອ່ຽງຂອງການປະຕິວັດ ອຸດສາຫະກໍາ 4.0. ພ້ອມທັງປະກອບສ່ວນເປີດກວ້າງ ແລະ ຊຸກຍູ້ບັນດາສາຍພົວພັນລະຫວ່າງບັນດາອົງການຈັດຕັ້ງວິທະຍາສາດ - ເຕັກໂນໂລຢີຂອງສອງປະເທດ ບົນພື້ນຖານສະເໝີພາບ, ພ້ອມກັນມີຜົນປະໂຫຍດ, ປະກອບສ່ວນເພີ່ມທະວີການພົວພັນ ຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ໄທ. (ແຫຼ່ງຄັດຈາກ VOV)

ລັດຖະບານຫວຽດນາມ ຫາກໍອະນຸມັດຜ່ານ “ສັນຍາລະຫວ່າງລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ລັດຖະບານແຫ່ງ ລາຊະອານາຈັກ ໄທ ກ່ຽວກັບການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ”. ລັດຖະບານມອບໝາຍໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຮັບຜິດຊອບ, ສົມທົບ ກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ແລະ ໄທ ຈັດຕັ້ງຜັນຂະຫຍາຍສັນຍາດັ່ງກ່າວ. ປີ 2017, ສອງປະເທດໄດ້ລົງນາມໃນສັນຍາກ່ຽວກັບການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຢີ ໄທ. ສັນຍາສະບັບດັ່ງກ່າວ ເປັນພື້ນຖານດ້ານກອບນິຕິກໍາ ເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມື, ສຸມໃສ່ບັນດາຂົງເຂດຄື: ເຕັກໂນໂລຢີຊີວະ, ເຕັກໂນໂລຢີເອເລັກໂຕນິກ ແລະ ຄອມພິວເຕີ, ວິທະຍາສາດວັດສະດຸ ແລະ ເຕັກໂນໂລຢີ Nano...., ຮ່ວມມືພັດທະນາບັນດາເຕັກໂນໂລຢີທີ່ເໝາະສົມກັບທ່າອ່ຽງຂອງການປະຕິວັດ ອຸດສາຫະກໍາ 4.0. ພ້ອມທັງປະກອບສ່ວນເປີດກວ້າງ ແລະ ຊຸກຍູ້ບັນດາສາຍພົວພັນລະຫວ່າງບັນດາອົງການຈັດຕັ້ງວິທະຍາສາດ - ເຕັກໂນໂລຢີຂອງສອງປະເທດ ບົນພື້ນຖານສະເໝີພາບ, ພ້ອມກັນມີຜົນປະໂຫຍດ, ປະກອບສ່ວນເພີ່ມທະວີການພົວພັນ ຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ໄທ. (ແຫຼ່ງຄັດຈາກ VOV)