• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນຮອງປະທານສະມັດຊາໃຫຍ່ ສປຊ ຊຸດທີ 77

ຕາມນັ້ນແລ້ວ, ທ່ານ Csaba Korosi, ຊາວ ຮູງກາຣີ ໄດ້ຮັບການເລືອກຕັ້ງເປັນປະທານສະມັດຊາໃຫຍ່ ສປຊ ຊຸດທີ 77, ອາຍຸການ 2022 – 2023. ກອງປະຊຸມກໍ່ເຫັນດີເລືອກຕັ້ງ ຫວຽດນາມ, ຕາງໜ້າໃຫ້ພາກພື້ນ ອາຊີ - ປາຊີຟິກ ກາຍເປັນໜຶ່ງໃນບັນດາປະເທດຮອງປະທານສະມັດຊາໃຫຍ່ ສປຊ ຊຸດທີ 77.
  ສະມັດຊາໃຫຍ່ ສປຊ ໄດ້ເລືອກຕັ້ງບັນດາຕຳແໜ່ງປະທານ ແລະ ບັນດາຕຳແໜ່ງຮອງປະທານສະມັດຊາໃຫຍ່ ສປຊ ຊຸດທີ 77  

 ວັນທີ 7 ມິຖຸນາ, ສະມັດຊາໃຫຍ່ ສປຊ ໄດ້ເລືອກຕັ້ງບັນດາຕຳແໜ່ງປະທານ ແລະ ບັນດາຕຳແໜ່ງຮອງປະທານສະມັດຊາໃຫຍ່ ສປຊ ຊຸດທີ 77.

ຕາມນັ້ນແລ້ວ, ທ່ານ Csaba Korosi, ຊາວ ຮູງກາຣີ ໄດ້ຮັບການເລືອກຕັ້ງເປັນປະທານສະມັດຊາໃຫຍ່ ສປຊ ຊຸດທີ 77, ອາຍຸການ 2022 – 2023. ກອງປະຊຸມກໍ່ເຫັນດີເລືອກຕັ້ງ ຫວຽດນາມ, ຕາງໜ້າໃຫ້ພາກພື້ນ ອາຊີ - ປາຊີຟິກ ກາຍເປັນໜຶ່ງໃນບັນດາປະເທດຮອງປະທານສະມັດຊາໃຫຍ່ ສປຊ ຊຸດທີ 77. ຫວຽດນາມ ຈະດຳລົງຕຳແໜ່ງນີ້ໃນຮອບເວລາ 1 ປີນັບແຕ່ວັນທີ 13 ກັນຍາ 2022 ເປັນຕົ້ນໄປ.

ສະມັດຊາໃຫຍ່ ສປຊ ແມ່ນໜຶ່ງໃນຈຳນວນ 6 ອົງການຕົ້ນຕໍ່ຂອງ ສປຊ ແລະ ແມ່ນອົງການໜຶ່ງດຽວຂອງ ສປຊ ມີຜູ້ຕາງໜ້າປະຈຳຢູ່ 193 ປະເທດສະມາຊິກ. ສະມັດຊາໃຫຍ່ ສປຊ ມີສິດອຳນາດກ້ວາງຂວາງໃນຂົງເຂດຕ່າງໆຄື: ການຮ່ວມມືດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ມີສິດປຶກສາຫາລື ແລະ ຍົກອອກຂໍ້ສະເໜີແນະກ່ຽວກັບບັນດາບັນຫາໃນຂອບເຂດກົດບັດ ຫຼື ບໍ່ວ່າບັນຫາໃດຂຶ້ນກັບສິດອຳນາດຂອງບັນດາອົງການຂອງ ສປຊ, ເພື່ອແນໃສ່ຈຸດປະສົງຢາກຊຸກຍູ້ການຮ່ວມມືສາກົນໃນຂອບເຂດທົ່ວໂລກ.

ໃນເວລາ 45 ປີເປັນສະມາຊິກຂອງ ສປຊ ນັ້ນ, ດ້ວຍແນວທາງພົວພັນການຕ່າງປະເທດຫຼາຍຝ່າຍທີ່ຖືກຕ້ອງ, ຖື ສປຊ ແມ່ນຈຸດສຸມ, ຫວຽດນາມ - ໃນຖານະຕຳແໜ່ງໃໝ່, ຈະສືບຕໍ່ປະກອບສ່ວນຫຼາຍກ່ວາອີກໃຫ້ແກ່ບັນດາຈຸດໝາຍສູງສົ່ງຂອງ ສປຊ, ນັ້ນແມ່ນແກ້ໄຂການປະທະກັນ, ຮັກສາສັນຕິພາບ, ຄວາມໝັ້ນຄົງໃຫ້ປະຊາຊົນໃນທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top