• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນປະທານສະມັດຊາໃຫຍ່ WIPO

      ວັນທີ 2 ຕຸລາ, ສະມັດຊາໃຫຍ່ອົງການຊັບສິນທາງປັນຍາໂລກ (WIPO) ໄດ້ໄຂກອງປະຊຸມຄັ້ງທີ 49 ຢູ່ ເຊີແນວ, ປະເທດ ສະວິດ ດ້ວຍການເຂົ້າຮ່ວມຂອງ 191 ປະເທດສະມາຊິກ WIPO. 

ທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢູ້ງ
      ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ WIPO ຄັ້ງນີ້ ໂດຍທ່ານ ຟ້າມກົງຕາກ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ນຳໜ້າ. ຕອນເຊົ້າວັນທີ 2 ຕຸລາ 2017, ທີ່ວາລະປະຊຸມຄັ້ງທຳອິດຂອງ ກອງປະຊຸມສະມັດຊາໃຫຍ່ WIPO ຄັ້ງທີ 49, ຜູ້ຕາງໜ້າຂອງ 191 ປະເທດສະມາຊິກໄດ້ເຫັນດີເປັນເອກະພາບເລືອກຕັ້ງທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢູ້ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (UN), ອົງການການຄ້າໂລກ (WTO) ແລະ ບັນດາອົງການສາກົນອື່ນໆຢູ່ ເຊີແນວ (ປະເທດສະວິດ) ໃຫ້ດຳລົງຕຳແໜ່ງເປັນປະທານສະມັດຊາໃຫຍ່ WIPO ອາຍຸການ 2018 – 2019.
 (ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top