• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໄດ້ຮັບການສະເໜີໃນຫຼາຍປະເພດຂອງລາງວັນທ່ອງທ່ຽວໂລກ 2024

ສະຖານທີ່ຫຼາຍແຫ່ງຂອງ ຫວຽດນາມ ໄດ້ຮັບການສະເໜີເຂົ້າຊິງໃນຫຼາຍປະເພດທີ່ແຕກຕ່າງກັນ
  ຝູ໋ກວັກ. (ພາບ: Vietravel)  

ລາງວັນທ່ອງທ່ຽວໂລກ (World Travel Awards) ຄັ້ງທີ 31 ພາກພື້ນ ອາຊີ ແລະ ທະວີບໂອເຊອານີ ພວມເປີດໃຫ້ຄັດເລືອກໃນເວັບໄຊ: www.worldtravelawards.com, ເຊິ່ງເລີ່ມແຕ່ປະຈຸບັນຮອດວັນທີ 23 ກໍລະກົດ 2024.

ວັນທີ 11 ພຶດສະພາ, ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ, ລາງວັນປີນີ້, ຂັ້ນລະດັບຊາດ, ຫວຽດນາມ ໄດ້ຮັບການສະເໜີເຂົ້າຊິງໃນຫຼາຍປະເພດສຳຄັນ. ໃນນັ້ນມີບັນດາປະເພດ, ຄື: ສະຖານທີ່ທ່ອງທ່ຽວທະເລແຖວໜ້າຢູ່ ອາຊີ; ຈຸດນັດພົບວັດທະນະທຳແຖວໜ້າຢູ່ ອາຊີ; ຈຸດນັດພົບມໍລະດົກແຖວໜ້າຢູ່ ອາຊີ; ຈຸດນັດພົບແຖວໜ້າ ອາຊີ ສະຫງວນໃຫ້ໄວໜຸ່ມ... ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ຮັບການສະເໜີປະເພດອົງການຄຸ້ມຄອງການທ່ອງທ່ຽວແຖວໜ້າຢູ່ ອາຊີ.

        ສະຖານທີ່ຫຼາຍແຫ່ງຂອງ ຫວຽດນາມ ໄດ້ຮັບການສະເໜີເຂົ້າຊິງໃນຫຼາຍປະເພດທີ່ແຕກຕ່າງກັນ, ຄື:

        ນະຄອນ ໂຮ່ຈີມິນ ໄດ້ຮັບການສະເໜີວ່າແມ່ນສະຖານທີ່ທ່ອງທ່ຽວສົມທົບກັບການປະຕິບັດງານແຖວໜ້າ ອາຊີ.

        ຮ່າໂນ້ຍ ໄດ້ຮັບການສະເໜີວ່າແມ່ນສະຖານທີ່ພັກຜ່ອນໄລຍະສັ້ນຢູ່ນະຄອນແຖວໜ້າ ອາຊີ ແລະ ຈຸດນັດພົບນະຄອນແຖວໜ້າຢູ່ ອາຊີ.

        ໂຮ້ຍອານ ແລະ ເຫ້ວ ໄດ້ຮັບການສະເໜີວ່າແມ່ນຈຸດນັດພົບນະຄອນວັດທະນະທຳແຖວໜ້າຢູ່ ອາຊີ.

        ແຂວງ ຮ່າຢາງ ແລະ ແຂວງ ຮ່ານາມ ໄດ້ຮັບການສະເໜີວ່າແມ່ນ ຈຸດນັດພົບທ່ອງທ່ຽວທີ່ຫາກໍ່ພົ້ນເດັ່ນແຖວໜ້າຢູ່ ອາຊີ.

        ດ່ານັ້ງ ແລະ ນະຄອນ ໂຮ່ຈີມິນ ໄດ້ຮັບການສະເໜີວ່າແມ່ນ ຈຸດນັດພົບຂອງງານບຸນ ແລະ ເຫດການແຖວໜ້າຢູ່ ອາຊີ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢືນຢັນການສະໜັບສະໜູນບົດບາດຂອງ UNRWA ແລະ ບັນດາຄວາມພະຍາຍາມສັນຕິພາບ, ສ້າງສັນເຂດ ກາຊາ ຄືນໃໝ່

ຫວຽດນາມ ຢືນຢັນການສະໜັບສະໜູນບົດບາດຂອງ UNRWA ແລະ ບັນດາຄວາມພະຍາຍາມສັນຕິພາບ, ສ້າງສັນເຂດ ກາຊາ ຄືນໃໝ່

ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມືສາກົນເພື່ອປະກອບສ່ວນເຂົ້າໃນສັນຕິພາບແບບຍືນຍົງ ແລະ ຟື້ນຟູເຂດ ກາຊາ, ໂດຍອີງໃສ່ກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ.

Top