ທີ່ການພົບປະກັບທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດາວງອກຢຸງ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບການສືບຕໍ່ຮ່ວມມືເພື່ອຊຸກຍູ້ ແລະ ປະຕິບັດກອບໂຄງການວຽກເຮັດງານທຳທີ່ເໝາະສົມໄລຍະ 2022-2026. ທ່ານນາງ Asada-Miyakawa ແບ່ງປັນວ່າ: ອົງການແຮງງານສາກົນຕີລາຄາສູງຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຮັບປະກັນການປະກັນສັງຄົມ ແລະ ວິວັດການປະຕິຮູບກົດໝາຍວ່າດ້ວຍແຮງງານ, ໃນນັ້ນມີການປະກາດໃຊ້ປະມວນກົດໝາຍວ່າດ້ວຍແຮງງານປີ 2019 ພ້ອມທັງມານະພະຍາຍາມແກ້ໄຂບັນດາກົດໝາຍອື່ນຄື: ກົດໝາຍວ່າດ້ວຍວຽກເຮັດວານທຳ. ກົດໝາຍ ວ່າດ້ວຍການປະກັນສັງຄົມ, ກົດໝາຍວ່າດ້ວຍ ກຳມະບານ; ເນັ້ນໜັກວ່າ, ILO ພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອດ້ານເຕັກນິກ, ພ້ອມກັບຫວຽດນາມ ແລະ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມໃນບັນດາບັນຫາສຳຄັນດັ່ງກ່າວ.