• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ຮຸງກາຣີ ລົງນາມໃນບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືລະຫວ່າງ ສອງສານສູງສຸດ

ໃນລະຫວ່າງວັນທີ 26 – 28 ມີນາ, ຄະນະປະຕິບັດງານຂອງສານປະຊາຊົນສູງສຸດ ໂດຍທ່ານປະທານສານປະຊາຊົນສູງສຸດຫວຽດນາມ ຫງວຽນຮວ່າບິງ ເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ຮຸງກາຣີ

ທ່ານປະທານສານປະຊາຊົນສູງສຸດ ຫວຽດນາມກັບ
ທ່ານປະທານສານສຸງສຸດ ຮຸງກາຣີ Peter Darak ລົງນາມບົດບັນທຶກການຮ່ວມມື

ຈຸດສຸມຂອງການຢ້ຽມຢາມຄັ້ງນີ້ແມ່ນການສົນທະນາ ເຊິ່ງດຳເນີນໃນຕອນບ່າຍວັນທີ 26 ມີນາ  ທີ່ນະຄອນຫຼວງ Budapest  ລະຫວ່າງ ປະທານສານປະຊາຊົນສູງສຸດ ຫວຽດນາມ ຫງວຽນຮວ່າບິງ  ກັບ ທ່ານປະທານສານສຸງສຸດ ຮຸງກາຣີ Peter Darak ແລະ ພິທີລົງນາມໃນບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືຂອງສານສູງສຸດຂອງສອງປະເທດ ໄລຍະ 2018 – 2022.

 

        ທີ່ການສົນທະນາ, ທ່ານ ຫງວຽນຮວ່າບິງ ໄດ້ແຈ້ງໃຫ້ຝ່າຍ ຮຸງກາຣີ ກ່ຽວກັບວິວັດການປ່ຽນແປງໃໝ່ ແລະ ການສ້າງສຳເລັດລະບົບຍຸຕິທຳຂອງຫວຽດນາມ, ສະພາບການເຄື່ອນໄຫວ ແລະ ໂຄງປະກອບການຈັດຕັ້ງຂອງສານປະຊາຊົນສູງສຸດຫວຽດນາມ, ບັນດາຂົງເຂດວິຊາສະເພາະ ທີ່ຝ່າຍຫວຽດນາມປາດຖະໜາຈະໄດ້ແບ່ງປັນບົດຮຽນ ແລະ ຮ່ວມມື. ທ່ານ Peter Darak ກໍໄດ້ແບ່ງປັນບາງບົດຮຽນດ້ານວິຊາສະເພາະຢ່າງລະອຽດ ທີ່ຝ່າຍຫວຽດນາມມີຄວາມສົນໃຈ, ໃນນັ້ນ, ມີການໝູນໃຊ້ເຕັກໂນໂລຢີ ITເຂົ້າໃນວິວັດການພິພາກສາ, ກໍ່ສ້າງ ແລະຍົກສູງຄວາມຮູ້ດ້ານວິຊາສະເພາະ, ຮັກສາຄວາມໂປ່ງໃສຂອງແຖວຖັນຜູ້ພິພາກສາສານສູງສຸດ ກ່ຽວກັບ ຄຳຕັດສິນຂອງສານ ແລະ ວຽກງານຖະແຫຼງຂ່າວສື່ສານ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top