• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອົດສະຕາລີ ໃຫ້ບຸລິມະສິດແກ່ການຮ່ວມມືກ່ຽວຂ້ອງເຖິງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ວິວັດການສ້າງໂຄງປະກອບຂອງບັນດາລະບອບການເງິນຫຼາຍຝ່າຍ ຫັນໄປສູ່ການລົງທຶນສີຂຽວ, ການເງິນສີຂຽວ ໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງໃຫ້ແກ່ບັນດາປະເທດພວມພັດທະນາຄື ຫວຽດນາມ.
ທີ່ການຕ້ອນຮັບ (ພາບ: TTXVN)

ຫວຽດນາມ ແລະ ອົດສະຕາລີ ໃຫ້ຫຼາຍບຸລິມະສິດຮ່ວມມືກ່ຽວຂ້ອງເຖິງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະຕິບັດການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງເປັນ 0, ການຫັນປ່ຽນພະລັງງານຍຸຕິທຳ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ທີ່ການຕ້ອນຮັບທ່ານສາດສະດາຈານ Frank Jotzo, ນັກຊ່ຽວຊານດ້ານພະລັງງານ ແລະ ການປ່ຽນແປງຂອງດິນຟ້າອາກາດຂອງມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ ທີ່ພວມຢ້ຽມຢາມ ຫວຽດນາມ, ໃນຕອນບ່າຍວັນທີ 11 ກໍລະກົດ, ຢູ່ຮ່າໂນ້ຍ.   

ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ວິວັດການສ້າງໂຄງປະກອບຂອງບັນດາລະບອບການເງິນຫຼາຍຝ່າຍ ຫັນໄປສູ່ການລົງທຶນສີຂຽວ, ການເງິນສີຂຽວ ໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງໃຫ້ແກ່ບັນດາປະເທດພວມພັດທະນາຄື ຫວຽດນາມ. ສະນັ້ນ, ເປົ້າໝາຍທີ່ໄດ້ວາງອອກສຳລັບ ຫວຽດນາມ ແມ່ນການເຕີບໂຕຂຽວ, ຍືນຍົງ, ພ້ອມທັງແກ້ໄຂບັນດາບັນຫາສັງຄົມ, ສິ່ງແວດລ້ອມ, ວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານຢ່າງມີປະສິດທິຜົນ.    

ສ່ວນທ່ານສາດສະດາຈານ Frank Jotzo, ຖືວ່າ, ສິ່ງທ້າທາຍຂອງ ຫວຽດນາມ ໃນການຄົ້ນຄວ້າສະສົມແຫຼ່ງພະລັງງານທົດແທນ, ພະລັງງານແຮງລົມ ແລະ ພະລັງງານແສງຕາເວັນ ເຂົ້າລະບົບໄຟຟ້າແຫ່ງຊາດ… ນັ້ນ, ລັດຖະບານ ຫວຽດນາມ ຄວນມີບັນດານະໂຍບາຍລຸລ່ວງເພື່ອລະດົມແຫຼ່ງການເງິນພາກເອກະຊົນໃນການແກ້ໄຂບັນຫາດັ່ງກ່າວ.

 

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top