• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອິນໂດເນເຊຍ ມີບົດກ່າວປາໄສລວມຢູ່ສະພາຄວາມໝັ້ນຄົງ ກ່ຽວກັບ ສະພາບການຢູ່ ອາຟະລິກາ ກາງ

      ວັນທີ 12 ມິຖຸນາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ, ສປຊ ໄດ້ດໍາເນີນກອງປະຊຸມອອນລາຍ ກ່ຽວກັບສະພາບການຢູ່ພາກພື້ນອາຟະລິກາ ກາງ ແລະ ການເຄື່ອນໄຫວຂອງ ຫ້ອງການ ສປຊ ທີ່ປະຈໍາ ພາກພື້ນນີ້ (UNOCA).

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ (ພາບ: UN)
      ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ, ໄດ້ຕາງໜ້າໃຫ້ແກ່ຫວຽດນາມ ແລະ ອິນໂດເນເຊຍ ຂຶ້ນກ່າວຄໍາເຫັນລວມ, ໂດຍໄດ້ເນັ້ນໜັກວ່າ ຕ້ອງແກ້ໄຂບັນດາສາຍເຫດຕົ້ນຕໍທີ່ພາໄປເຖິງສະພາບການຂາດຄວາມໝັ້ນຄົງ ຜ່ານບັນດາມາດຕະການຮອບດ້ານ ແລະ ຍາວນານ, ໃນນັ້ນ ມີການເພີ່ມທະວີການຮ່ວມມື, ໄກ່່ເກ່ຍ, ແກ້ໄຂບັນດາສິ່ງທ້າທາຍຈາກບັນດາກຸ່ມປະກອບອາວຸດ ແລະ ອາດຊະຍາກໍາຂ້າມຊາດ, ສ້າງເງື່ອນໄຂ ແລະ ກາລະໂອກາດພັດທະນາໃຫ້ບັນດາປະເທດໃນພາກພື້ນ ອາຟະລິກາກາງ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍໄດ້ຢັ້ງຢືນເຖິງຄວາມສໍາຄັນຂອງການຮ່ວມມືໃນພາກພື້ນ ແລະ ການສະໜັບສະໜູນ, ການປະກອບສ່ວນຂອງ ສະຫະພາບ ອາຟະລິກາ ກໍຄືປະຊາຄົມເສດຖະກິດ ອາຟະລິກາ ກາງ ເພື່ອເປົ້າໝາຍຮັບປະກັນສະພາບແວດລ້ອມທາງດ້ານສະຖຽນລະພາບ ແລະ ການພັດທະນາໃຫ້ແກ່ປະຊາຊົນບັນດາປະເທດ ອາຟະລິກາກາງ. ຫຼາຍປະເທດ ອາຊຽນ, ໃນນັ້ນ ມີ ຫວຽດນາມ ແລະ ອິນໂດເນເຊຍ ພວມຕັ້ງໜ້າປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ຢູ່ອາຟະລິກາກາງ ໂດຍຜ່ານບັນດາການຈັດສົ່ງກໍາລັງໄປເຂົ້າຮ່ວມໃນຄະນະຮັກສາສັນຕິພາບຂອງ ສປຊ ຢູ່ພາກພື້ນນີ້.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

2 ໝູ່ບ້ານດັ່ງກ່າວເປັນສະມາຊິກຂອງເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ ເປັນການພິສູດໃຫ້ເຫັນຄວາມມານະພະຍາຍາມໃນການອະນຸລັກຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອ

Top