• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນປະເທດ

      ຕອນເຊົ້າວັນທີ 17 ຕຸລາ, ຢູ່ນະຄອນໂຮ່ຈີມິນ ຂອງຫວຽດນາມ, ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ກະຊວງປ້ອງກັນປະເທດ ອາເມລິກາ ໂດຍທ່ານ James Mattis, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ນໍາໜ້າ ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 

ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານ James Mattis
ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ  ທີ່ການຕ້ອນຮັບ
      ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ໄດ້ເນັ້ນໜັກວ່າ ໃນການຮ່ວມມືກັບອາເມລິກາ, ຫວຽດນາມ ຈະສືບຕໍ່ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໃນນັ້ນ ມີການລ້າງທາດພິດສີສົ້ມ ດີໂອຊິນ, ພິເສດແມ່ນ ຢູ່ສະໜາມບິນ ບຽນຮວ່າ. ທ່ານພົນເອກ ໂງຊວນລິກ ສະເໜີໃຫ້ ອາເມລິກາ ໃນໄລຍະຈະມາເຖິງ ຈຶ່ງຕັ້ງໜ້າຮ່ວມມືກັບຫວຽດນາມ ເພື່ອຜັນຂະຫຍາຍ ແລະ ປະຕິບັດສໍາເລັດໂຄງການລ້າງທາດພິດ ດີໂອຊີນ ຢູ່ບໍລິເວນສະໜາມບິນບຽນຮວ່າ ໂດຍໄວ, ເພື່ອປົດປ່ອຍເນື້ອທີ່ດິນທີ່ມົນລະພິດ ປະກອບສ່ວນເຂົ້າໃນການຊຸກຍູ້ພັດທະນາເສດຖະກິດຢູ່ຫວຽດນາມ.
        ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ James Mattis ຢັ້ງຢືນວ່າ ຈະໃຫ້ຄໍາໝັ້ນສັນຍາ ພ້ອມກັບຫວຽດນາມ ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ ລະຫວ່າງສອງຝ່າຍ, ໃນບັນດາຂົງເຂດຮັບປະກັນຄວາມປອດໄພໃນການເດີນເຮືອ,  ໜູນຊ່ວຍມະນຸດສະທໍາ ແລະ ກູ້ໄພກູ້ຊີບໄພພິບັດ, ບັນດາການເຄື່ອນໄຫວເພື່ອຮັກສາສັນຕິພາບ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ທ່ານ James Mattis ກໍໃຫ້ຮູ້ຕື່ມອີກວ່າ ໝາກຜົນຂອງການຢ້ຽມຢາມຄັ້ງນີ້ ຈະແມ່ນຫຼັກຖານເພື່ອລາຍງານຕໍ່ລັດຖະບານ ແລະ ສະພາແຫ່ງຊາດ ອາເມລິກາ ສືບຕໍ່ໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ກ່ຽວກັບ ທາດພິດ ດີໂອຊີນ.
 (ແຫຼ່ງຄັດຈາກ VOV)
 

ສັນຍາ CEPA: ໄມ້ງັດຊຸກຍູ້ເສດຖະກິດ, ການຄ້າ ຫວຽດນາມ - UAE

ສັນຍາ CEPA: ໄມ້ງັດຊຸກຍູ້ເສດຖະກິດ, ການຄ້າ ຫວຽດນາມ - UAE

ໜຶ່ງໃນບັນດາຈຸດສຸມເຊິ່ງ 2 ຝ່າຍໄດ້ເປັນເອກະພາບຊຸກຍູ້ໃນໄລຍະຈະມາເຖິງແມ່ນ ສັນຍາການຄ້າເສລີ (FTA) ດ້ວຍຊື່ທີ່ວ່າ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ລະຫວ່າງ ຫວຽດນາມ ແລະ UAE.

Top