ວັນທີ 26 ກັນຍາ, ທີ່ສຳນັກງານກະຊວງປ້ອງກັນປະເທດ ອານເຊຣີ, ທ່ານພົນເອກ Said Chengriha, ລັດຖະມົນຕີກະຊວງຮັກສາການພ້ອມກັບ ລັດຖະມົນຕີກະຊວງປ້ອງກັນປະເທດ, ເສນາທິການໃຫຍ່ກອງທັບປະຊາຊົນ ອານເຊຣີ, ໄດ້ເປັນປະທານພິທີຕ້ອນຮັບຢ່າງເປັນທາງການ ແລະ ພົບປະເຈລະຈາກັບຄະນະຜູ້ແທນການເມືອງຂັ້ນສູງຂອງກອງທັບປະຊາຊົນ ຫວຽດນາມ ໂດຍທ່ານພົນເອກ ຫວຽນຈ້ອງເງັ້ຍ, ຫົວໜ້າການເມືອງກອງທັບປະຊາຊົນ ຫວຽດນາມ, ນຳໜ້າ.
ກ່າວຄຳເຫັນຊົມເຊີຍ, ທ່ານນົນເອກ Said Chengriha ໄດ້ຕີລາຄາວ່າ ການຢ້ຽມຢາມແມ່ນບາດກ້າວໃໝ່ ເພື່ອເພີ່ມທະວີການຮ່ວມມືດ້ານການທະຫານ, ປະກອບສ່ວນນຳການຮ່ວມມືລະຫວ່າງສອງກອງທັບໃຫ້ກ້າວເຂົ້າສູ່ລະດັບສູງໃໝ່, ຮັບໃຊ້ຜົນປະໂຫຍດຂອງສອງປະເທດ. ພົນເອກ Said Chengriha ຢືນຢັນວ່າ, ກອງທັບປະຊາຊົນແຫ່ງຊາດ ອານເຊຣີ ຖືເປັນສຳຄັນຕໍ່ການປັບປຸງພື້ນຖານຮ່ວມມືດ້ານການທະຫານກັບກອງທັບປະຊາຊົນ ຫວຽດນາມ ໃນຫຼາຍຂົງເຂດ, ພິເສດແມ່ນປະຫວັດສາດການທະຫານ, ບຳລຸງສ້າງ ແລະ ອຸດສາຫະກຳປ້ອງກັນປະເທດ.
ສ່ວນທ່ານພົນເອກ ຫງວຽນຈ້ອງເງັ້ຍ ຊີ້ແຈ້ງວ່າ ເພື່ອເຮັດໃຫ້ການຮ່ວມມືດ້ານປ້ອງກັນປະເທດລະຫວ່າງສອງປະເທດໃນອະນາຄົດໃຫ້ເລິກເຊິ່ງກວ່າ, ສອງຝ່າຍຕ້ອງສືບຕໍ່ຮ່ວມມືກັນບຳລຸງສ້າງ; ອຸດສາຫະກຳດ້ານປ້ອງກັນນຊາດ, ພາລະທິການ; ໂຄສະນາ, ໜູນຊ່ວຍເພື່ອນມິດສາກົນ ແລະ ປະຊາຊົນສອງປະເທດເຂົ້າໃຈກ່ຽວກັບສາຍພົວພັນທີ່ເປັນມູນເຊື້ອ






