• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ສິງກະໂປ ຍູ້ແຮງການຮ່ວມມືພົບປະແລກປ່ຽນວັດທະນະທໍາ ແລະ ປະຊາຊົນ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສິງກະໂປ ໃນລະຫວ່າງວັນທີ 7 – 11 ພຶດສະພາ, ຄະນະຜູ້ແທນຂັ້ນສູງ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍ ທ່ານ ເຮົ່າອາເລັ່ງ, ຮອງປະທານ - ເລຂາທິການໃຫຍ່ ຄະນະກໍາມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ເປັນຫົວໜ້າຄະນະ, ໄດ້ມີການພົບປະກັບຝ່າຍ ສິງກະໂປ.

ທ່ານ ເຮົ່າອາເລັ່ງ, ຮອງປະທານ - ເລຂາທິການໃຫຍ່ ຄະນະກໍາມະການສູນກາງ ແນວໂຮມປະເທດຊາດຫວຽດນາມ  (ພາບ: TTXVN)

ທ່ານ ເຮົ່າອາເລັ່ງ ເນັ້ນໜັກວ່າ ແນວໂຮມປະເທດຊາດຫວຽດນາມ ຖືເປັນສໍາຄັນ ແລະ ຕີລາຄາສູງການຮ່ວມມືກັບ ສະຫະສະມາຄົມປະຊາຊົນ ສິງກະໂປ, ພ້ອມທັງຖືວ່າ ສອງອົງການມີຈຸດຄ້າຍຄືກັນຫຼາຍຢ່າງ ກ່ຽວກັບແບບວິທີການເຄື່ອນໄຫວ ແລະ ເປົ້າໝາຍ ມຸ່ງໄປສູ່ວົງຄະນະຍາດເຂດຊຸມຊົນ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຢູ່ຂັ້ນຮາກຖານ. ບົນພື້ນຖານນັ້ນ ສອງຝ່າຍຈະຕັ້ງໜ້າຮ່ວມມືກັນໃນຫຼາຍຂົງເຂດວຽກງານ ກໍຄື ຊຸກຍູ້ການຈັດຕັ້ງປະຕິບັດບັນດາເຫດການພົວພັນແລກປ່ຽນວັດທະນະທໍາ, ບັນດາກອງສະແດງສິລະປະ...

        ທ່ານ ເຮົ່າອາເລັ່ງ ສະເໜີວ່າ ສະຫະສະມາຄົມປະຊາຊົນ ສິງກະໂປ ຈະສືບຕໍ່ເອົາໃຈໃສ່ຊຸກຍູ້ບັນດາອົງການກ່ຽວຂ້ອງ ແລະ ວິສາຫະກິດສິງກະໂປ ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ, ພິເສດແມ່ນ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ - ບໍາລຸງສ້າງ...

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top