• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ສະຫະພັນລັດເຊຍ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້

2 ຝ່າຍໄດ້ເຫັນດີສືບຕໍ່ມີຫຼາຍມາດຕະການລະອຽດແນໃສ່ເພີ່ມທະວີການພົວພັນດ້ານການຄ້າ - ການລົງທຶນ, ເສີມຂະຫຍາຍທ່າສະດວກຈາກສັນຍາການຄ້າເສລີ ຫວຽດນາມ - ສຳພັນທະມິດເສດຖະກິດ ອາຊີ - ເອີລົບ (EAEU)
(ທີ່ການໂອ້ລົມທາງໂທລະສັບ)
ຕອນບ່າຍວັນທີ 16 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໂອ້ລົມທາງໂທລະສັບກັບທ່ານຮອງນາຍົກລັດຖະມົນຕີສະຫະພັນ ລັດເຊຍ Novak Aleksandr Valentinovich ເພື່ອກວດກາຄືນສະພາບການຮ່ວມມື 2 ຝ່າຍໃນໄລຍະຜ່ານມາ, ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມື ຫວຽດນາມ - ລັດເຊຍ ໃນຫຼາຍຂົງເຂດໃນໄລຍະຈະມາເຖິງ. ທີ່ການໂອ້ລົມທາງໂທລະສັບ, 2 ຝ່າຍໄດ້ເຫັນດີສືບຕໍ່ມີຫຼາຍມາດຕະການລະອຽດແນໃສ່ເພີ່ມທະວີການພົວພັນດ້ານການຄ້າ - ການລົງທຶນ, ເສີມຂະຫຍາຍທ່າສະດວກຈາກສັນຍາການຄ້າເສລີ ຫວຽດນາມ - ສຳພັນທະມິດເສດຖະກິດ ອາຊີ - ເອີລົບ (EAEU), ພິເສດແມ່ນໃນບັນດາຂົງເຂດທີ່ມີທ່າແຮງຮ່ວມມືລະຫວ່າງ 2 ປະເທດ, ຄື: ນ້ຳມັນອາຍແກັສ, ພະລັງງານ, ການທ່ອງທ່ຽວ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ…; ແກ້ໄຂບັນດາຂໍ້ຕິດຂັດໃນການຜັນຂະຫຍາຍໂຄງການຮ່ວມມືຈຳນວນໜຶ່ງລະຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ໜັງສືພິມ The Nation ໄດ້ສຸມໃສ່ຄວາມໝາຍຂອງການຢ້ຽມຢາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຄັ້ງການພົວພັນທາງການທູດ ລະຫວ່າງ ໄທ ແລະ ຫວຽດນາມ

Top