• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ລາວ ມີຫຼັກໝັ້ນລວມເປັນອັນໜຶ່ງອັນດຽວ ໃນບັນຫາຕ່າງໆກ່ຽວກັບສາກົນ ແລະ ພາກພື້ນ

ຕອນເຊົ້າວັນທີ 24 ກຸມພາ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ການພົບປະເຈລະຈາ ລະຫວ່າງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ  ແລະ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ຮັບການດຳເນີນໄປຢູ່ນະຄອນຫຼວງວຽງຈັນ ແຫ່ງ ສປປ ລາວ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ຢືນຢັນ ປັບປຸງ ແລະ ພັດທະນາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ; ເປັນເອກະສັນກັນເພີ່ມທະວີ ການຮ່ວມມື ກ່ຽວກັບດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ ຢູ່ແຕ່ລະປະເທດ; ກໍ່ສ້າງເຂດຊາຍແດນສອງປະເທດທີ່ມີຄວາມໝັ້ນຄົງຍາວນານ…

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ​ຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ.   
  
ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ  ແລະ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ 
ກວດແຖວກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມ. 


ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ  ໃນການພົບປະເຈລະຈາກັບ
ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ. 


ຫຼັງຈາກການພົບປະເຈລະຈາ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ  ແລະ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ເປັນສັກຂີພິຍານໃນພິທີລົງນາມໃນ ເອກະສານ 9 ສະບັບ ວ່າດ້ວຍການຮ່ວມມື ລະຫວ່າງ ສອງປະເທດ.
ໃນພາບ: ພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການເພິ່ມທະວີການຮ່ວມື ໃນຂົງເຂດ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ອະນຸລັກຮັກສາຊີວະນາໆພັນກັບກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມລາວ. ພາບ: ຈີ້ຢຸງ/VNA

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ແລະ ສະຫາຍ ເລຂາທິການໃຫຍ່, ປະທານບຸນຍັງ ວໍລະຈິດ   ໄດ້ສະແດງຄວາມເພີ່ງພໍໃຈ ເມື່ອເຫັນວ່າ ຫວຽດນາມ ແລະ ລາວ ມີຫຼັກໝັ້ນລວມເປັນອັນໜຶ່ງອັນດຽວ ໃນບັນຫາຕ່າງໆກ່ຽວກັບ ສາກົນ ແລະ ພາກພື້ນ.
ສະຫາຍຜູ້້ນຳທັງສອງເນັ້ນໜັກລະດັບຄວາມສຳຄັນ ຂອງ ການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມສະຫງົບປອດໄພ ຢູ່ທະເລຕາເວັນອອກ; ສະໜັບສະໜູນ ບົດບາດ ແລະ ບັນດາຫຼັກການ ຂອງ ASEAN; ເປັນເອກະສັນກັນ ຊຸກຍູ້  ແກ້ໄຂຂໍ້ຜິດພາດ ຢູ່ທະເລຕາເວັນອອກໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາຂອງ ສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ 1982; ພ້ອມກັບຝ່າຍຕ່າງໆທີ່ກ່ຽວຂ້ອງ ປະຕິບັດຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ຂໍ້ຖະແຫຼງການວ່າດ້ວຍການປະພຶດຕໍ່ ຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ແລະ ຊຸກຍູ້ການສໍາເລັດ ປະມວນ ກົດລະບຽບ ການປະພຶດຕໍ່ ຂອງ ຝ່າຍຕ່າງໆ ຢູ່ທະເລຕາເວັນ ອອກ (COC) ໃຫ້ມີຜົນຕົວຈິງ, ມີປະສິດທິຜົນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກໂດຍໄວ.

ຫຼັງຈາກການພົບປະເຈລະຈາ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ  ແລະ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ເປັນສັກຂີພິຍານໃນພິທີລົງນາມ ບັນດາເອກະສານວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງ, ຂະແໜງການຈຳນວນໜຶ່ງ ຂອງສອງປະເທດ.
 

ໂດຍ: VNA/VNP

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top