• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ລາວ ມີນ້ຳໃຈສາມັກຄີແບບພິເສດ, ມິດຕະພາບອັນຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານ

ປະຊາຊົນ ລາວ ແລະ ຫວຽດນາມ ຍາມໃດກໍ່ດຳລົງຊີວິດໃນສັນຕິພາບ ແລະ ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນຫຼາຍເທື່ອ ແລະ ຈາກນັ້ນ, ໄດ້ສ້າງການພົວພັນແບບທຳມະຊາດລະຫວ່າງປະຊາຊົນສອງປະເທດ.

ປະຊາຊົນ ລາວ ແລະ ຫວຽດນາມ ຍາມໃດກໍ່ດຳລົງຊີວິດໃນສັນຕິພາບ ແລະ ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນຫຼາຍເທື່ອ ແລະ ຈາກນັ້ນ, ໄດ້ສ້າງການພົວພັນແບບທຳມະຊາດລະຫວ່າງປະຊາຊົນສອງປະເທດ.

   

ທ່ານເອກອັກຄະລັັດຖະທູດ ຫວຽດນາມ ປະຈຳ ສປປ ລາວ ຫງວຽນບ໊າຮຸ່ງ

ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 – 5/9/2022). ທ່ານເອກອັກຄະລັັດຖະທູດ ຫວຽດນາມ ປະຈຳ ສປປ ລາວ ຫງວຽນບ໊າຮຸ່ງ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບການພົວພັນຮ່ວມມື ຫວຽດນາມ - ລາວ. ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ຢັ້ງຢືນວ່າ: ການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ ແມ່ນການພົວພັນພິເສດຢ່າງແທ້ຈິງ, ມີພຽງແຕ່ໜຶ່ງບໍ່ມີສອງໃນການພົວພັນສາກົນຂອງໂລກປະຈຸບັນ:

        “ໃນຕະຫຼອດໄລຍະປະຫວັດສາດນັບພັນປີ, ປະຊາຊົນ ລາວ ແລະ ຫວຽດນາມ ຍາມໃດກໍ່ດຳລົງຊີວິດໃນສັນຕິພາບ ແລະ ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນຫຼາຍເທື່ອ ແລະ ຈາກນັ້ນ, ໄດ້ສ້າງການພົວພັນແບບທຳມະຊາດລະຫວ່າງປະຊາຊົນສອງປະເທດ. ການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດພວກເຮົາ ພິເສດແມ່ນຍ້ອນການອີງໃສ່ການຊ່ວຍເຫຼືອກັນເປັນຈິດໜຶ່ງໃຈດຽວ, ໂປ່ງໃສ, ບໍ່ຖືກກະທົບຈາກແນວຄິດປະເທດໃຫຍ່, ປະເທດນ້ອຍ ຫຼື ແນວຄິດສະແຫວງຫາຜົນປະໂຫຍດ, ເຄົາລົບກັນ, ມີການພົວພັນສະເໝີພາບ, ນີ້ແມ່ນລັກສະນະສຳຄັນທີ່ສຸດ ແລະ ເໝາະສົມກັບຫຼັກການພື້ນຖານຂອງກົດໝາຍສາກົນ. ພວກເຮົາຍາມໃດກໍ່ຮັກສານ້ຳໃຈສາມັກຄີແບບພິເສດ, ມິດຕະພາບອັນຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານ”.

(ແຫຼ່ງຄັດຈາກ VOV)

 

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top