ພິທີໄຂຈະຖືກຈັດຂຶ້ນໃນວັນທີ 25 ຕຸລາຊຶ່ງມີການເຂົ້າຮ່ວມຂອງຜູ້ແທນ 150 ຄົນ ແລະ ຄາດວ່າ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເຫດການສຳຄັນນີ້.

ທ່ານນາງ ຫງວຽນທິຮ່າ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ
ແລະ ສັງຄົມຫວຽດນາມກ່າວຄຳເຫັນທີ່ການປະຊຸມຂ່າວ
ຕາມແຜນການແລ້ວ, ກອງປະຊຸມຈະອອກຖະແຫຼງການຮ່ວມເພື່ອຍື່ນສະເໜີຕໍ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 33 ຊຶ່ງໄດ້ການຮັບຮູ້ໃນທ້າຍປີ 2018. ທີ່ການປະຊຸມກັບນັກຂ່າວເມື່ອຕອນບ່າຍວັນທີ 15 ຕຸລາຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນທິຮ່າ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໃຫ້ຮູ້ວ່າ :
“ ກອງປະຊຸມຖືກຈັດຂຶ້ນເພື່ອໃຫ້ບັນດາປະເທດອາຊຽນ ປຶກສາຫາລືກ່ຽວກັບການຊຸກຍູ້ການຮ່ວມມືໃນອາຊຽນໃນການຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍໃນພາກພື້ນ ແລະ ເພີ່ມສິດອຳນາດໃຫ້ແກ່ແມ່ຍິງ. ຫົວເລື່ອງໃນຄັ້ງນີ້, ຫວຽດນາມກໍມີການນຳສະເໜີ ແລະ ຖືກຈັດຂຶ້ນໃນສະພາວະທີ່ບັນດາຄຳໝັ້ນສັນຍາຂອງບັນດາປະເທດອາຊຽນໃນຂົງເຂດຫນູນຊ່ວຍຊີວິດສັງຄົມ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ແມ່ຍິງນັບມື້ນັບຖືເປັນສຳຄັນ ແລະ ຍູ້ແຮງ. ຫວຽດນາມກໍຕັ້ງໜ້າຍົກອອກບັນດາຂໍ້ລິເລີ່ມຊຸກຍູ້ຖານະຂອງແມ່ຍິງ, ພິເສດແມ່ນໄດ້ສ້າງຂຶ້ນ ແລະ ພັດທະນາໃນເຄືອຂ່າຍນັກທຸລະກິດຍິງອາຊຽນ…ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍສຳຄັນສຳລັບຫວຽດນາມ ເພື່ອມີໂອກາດໄດ້ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ພາຍໃນປະເທດ ແລະ ເຂົ້າຮ່ວມໃນທົ່ວໂລກໃນຂົງເຂດນີ້ ”
(ແຫຼ່ງຄັດຈາກ VOV)