• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ຍີ່ປຸ່ນ ພ້ອມກັນມີຄວາມປາດຖະໜາຢາກນຳການຮ່ວມມືລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່

      ຕອນບ່າຍວັນທີ 12 ຕຸລາ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide.

ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide (ພາບ: VGP)
      ທີ່ການໂອ້ລົມທາງໂທລະສັບ, ທ່ານຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ຍາມໃດ ຫວຽດນາມກໍ່ຖື ຍີ່ປຸ່ນແມ່ນຄູ່ຮ່ວມມືຍຸດທະສາດ, ສຳຄັນແຖວໜ້າ ແລະ ຍາວນານ, ທ່ານກໍ່ປາດຖະໜາຢາກສືບຕໍ່ພ້ອມກັບຍີ່ປຸ່ນຕັ້ງໜ້າຊຸກຍູ້ການຮ່ວມມືສອງຝ່າຍ ກໍ່ຄືໃນບັນດາບັນຫາຢູ່ພາກພື້ນ ແລະ ສາກົນ. ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍອັນລ້ຳຄ່າຂອງຍີ່ປຸ່ນທີ່ສະຫງວຽນໃຫ້ແກ່ຫວຽດນາມໃນການຮັບມືກັບໂລກລະບາດ ໂຄວິດ - 19 ໃນໄລຍະທີ່ຜ່ານມາ, ຫວັງວ່າສອງຝ່າຍຈະສືບຕໍ່ຮ່ວມມື, ໜູນຊ່ວຍເຊິ່ງກັນແລະກັນເພື່ອຜ່ານຜ່າໂລກລະບາດ ໃນໄລຍະຈມາເຖິງ.
            ສ່ວນທ່ານ Suga Yoshihide ໄດ້ຕີລາຄາສູງບົດບາດ, ທີ່ຕັ້ງຂອງຫວຽດນາມຢູ່ພາກພື້ນ ແລະ ສາກົນ, ທ່ານ ກໍ່ໃຫ້ຮູ້ວ່າ ຈະຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນເພື່ອຜົນສຳເລັດຂອງກອງປະຊຸມຂັ້ນສູງ ອາຊຽນ ຈະມາເຖິງ.
(ແຫຼ່ງຄັດຈາກ VOV)

ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ໂປໂລຍ ມາລົງທຶນ

ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ໂປໂລຍ ມາລົງທຶນ

ທ່ານສະເໜີໃຫ້ LOT ນຳໜ້າເປີດສາຍການບິນມາ ຫວຽດນາມ ຄືນໃໝ່, ສືບຕໍ່ຮ່ວມມືກັບບໍລິສັດການບິນແຫ່ງຊາດ Vietnam Airlines ເພື່ອຂຸດຄົ້ນບັນດາສາຍການບິນ

Top