• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ກຸຍບາ, ສາຍພົວພັນທີ່ເປັນແບບຢ່າງໃນການພົວພັນສາກົນ

      ການເດີນທາງໄປຢ້ຽມຢາມໄດ້ຢືນຢັນກ່ຽວກັບຄວາມປາດຖະໜາ ກໍ່ຄືຄວາມຕັດສິນໃຈຂອງພັກ ແລະ ລັດ ຫວຽດນາມ ແມ່ນສືບຕໍ່ເພີ່ມທະວີສາຍພົວພັນສາມັກຄີແບບອ້າຍນ້ອງ, ການຮ່ວມມືຮອບດ້ານ ແລະ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງພັກ, ລັດ ແລະ ປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ.
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຸຍບາ ເລແທັງຕຸ່ງ
(ພາບ: TTXVN)
      ການຢ້ຽມຢາມກຸຍບາ ຢ່າງເປັນທາງການຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໃນລະຫວ່າງວັນທີ 18 – 20 ກັນຍາ ມີຄວາມໝາຍສຳຄັນພິເສດ. ນີ້ເປັນການຢັ້ງຢືນຂອງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຸຍບາ ເລແທັງຕຸ່ງ ເມື່ອຕອບສຳພາກຕໍ່ນັກຂ່າວ VOV ກ່ອນການຢ້ຽມຢາມ. ທ່ານເອກອັກຄະລັດຖະທູດ ເລແທັງຕຸ່ງ ເນັ້ນໜັກວ່າ:
      “ການເດີນທາງໄປຢ້ຽມຢາມໄດ້ຢືນຢັນກ່ຽວກັບຄວາມປາດຖະໜາ ກໍ່ຄືຄວາມຕັດສິນໃຈຂອງພັກ ແລະ ລັດ ຫວຽດນາມ ແມ່ນສືບຕໍ່ເພີ່ມທະວີສາຍພົວພັນສາມັກຄີແບບອ້າຍນ້ອງ, ການຮ່ວມມືຮອບດ້ານ ແລະ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງພັກ, ລັດ ແລະ ປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ. ໃນການຢ້ຽມຢາມຄັ້ງນີ້, ການນຳພັກ ແລະ ລັດຂອງ 2 ປະເທດຈະຕີລາຄາກ່ຽວກັບສະພາບການຕົວຈິງຂອງການຮ່ວມມື 2 ຝ່າຍ, ສຸມໃສ່ປຶກສາຫາລື ແລະ ເປັນເອກະພາບກ່ຽວກັບທິດທາງ ກໍຄືບັນດາມາດຕະການເພື່ອເຮັດແນວໃດເພີ່ມທະວີ, ເຮັດໃຫ້ສາຍພົວພັນສາມັກຄີຖານອ້າຍນ້ອງລະຫວ່າງຫວຽດນາມ ແລະ ກຸຍບາ ເລິກເຊິ່ງກວ່າອີກ ໂດຍສະເພາະແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ຮ່ວມມືໃນບັນດາຂົງເຂດເຊິ່ງ 2 ຝ່າຍມີທ່າແຮງ ແລະ ສາມາດເພີ່ມເຕີມໃຫ້ແກ່ກັນໄດ້”.
      ຕາມທ່ານເອກອັກຄະລັດຖະທູດ ເລແທັງຕຸ່ງແລ້ວ ມາຮອດປະຈຸບັນ, ຫວຽດນາມ ແມ່ນຄູ່ຄ້າໃຫຍ່ອັນດັບທີ 2  ແລະ ແມ່ນປະເທດລົງທຶນຫຼາຍທີ່ສຸດຢູ່ພາກພື້ນອາຊີ - ທະວີບໂອເຊອານີ ຢູ່ ກຸຍບາ. ໃນການຕໍ່ສູ້ກັບໂລກລະບາດໂຄວິດ-19, ຫວຽດນາມ ແລະ ກຸຍບາ ໄດ້ສະຫງວນການສະໜັບສະໜູນໃຫ້ແກ່ກັນ ດ້ວຍບັນດາຂອງຂວັນ, ເຄື່ອງຂອງອຸປະຖຳທີ່ແທດຈິງ ແລະ ມີຄວາມໝາຍ.
(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ

ວັນ​ທີ 19 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ທ່ານ ພົນ​ເອກ ຟານ​ວັນ​ຢາງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ເປັ​ນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ, ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ Rajnath Singth ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ.

Top